ວິ​ສາ​ຫະ​ກິດ​ຈີນ-ອີ​ຣານ​ເຊັນ​ສັນ​ຍາ​ການ​ຄ້າປັບ​ສ້າງ​ເຄື່ອງ​ປະ​ຕິ​ກອນ​ນ້ຳ​ທາດ​ໜັກ
2017-04-24 16:18:22  cri 
    ຕາມ​ຂ່າວ CRI: ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ຈີນ​ຈຳ​ກັດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ພະ​ລັງ​ງານ​ນິວ​ເຄ​ລຍ​ຈີນ ແລະ​ບໍ​ລິ​ສັດ​ໂຄງ​ການ​ແລະ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ອີ​ຣານ ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ທຳ​ອິດ ກ່ຽວ​ກັບ​ການ​ປັບ​ສ້າງ​ເຄື່ອງ​ປະ​ຕິ​ກອນ​ນ້ຳ​ທາດ​ໜັກ​ອາ​ຣັກ​ຂອງ​ອີ​ຣານ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​ໃນ​ວັນ​ທີ 23 ເມ​ສານີ້.

    ທ່ານ ສື​ຈົ່ງ​ຈູ້ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ຈັດ​ຕັ້​ງສາ​ກົນ​ອື່ນໆ​ທີ່​ນະ​ຄອນຫຼວງວຽນ ກ່າວ​ວ່າ, ການ​ທີ່​ວິ​ສາ​ຫະ​ກິດ​ຈີນ​ແລະ​ອີ​ຣານ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ຮັບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ຢ່າງ​ຮອບ​ດ້ານ​ແລະ​ການ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຮອບ​ດ້ານ​ຢ່າງ​ເດັດ​ດ່ຽວ​ຂອງ​ຈີນ.

    ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ວ່າ, ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ ແມ່ນ​ບາດ​ລ້ຽວ​ຂອງ​ການ​ປັບ​ສ້າງ​ແລະ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ເຄື່ອງ​ປະ​ຕິ​ກອນ​ນ້ຳ​ທາດ​ໜັກ​ອາ​ຣັກ ແລະ​ກໍ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ທີ່​ອີ​ຣານ​ເຊັນ​ກັບ 6 ປະ​ເທດກ່ຽວ​ຂ້ອງ​ຄື ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ຣັດ​ເຊຍ, ຈີນ ແລະ​ເຢຍ​ລະ​ມັນ​ເມື່ອ​ປີ 2015 ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ