ຈີນ​ຕ້ອນ​ຮັບ​ວັນ​ການ​ບິນ​ອະ​ວະ​ກາດ​ເທື່ອ​ທີ​ສອງ
2017-04-24 16:21:18  cri 
    ເພື່ອ​ລະ​ນຶກ​ຄວາມ​ກ້າວ​ໜ້າ​ແລະ​ການ​ພັດ​ທະ​ນາ​ຂອງວຽກ​ງານ​ການ​ບິນ​ອະ​ວະ​ກາດ​, ຈີນ​ໄດ້​ກຳ​ນົດ​ໃນ​ປີ​ກາຍນີ້​ວ່າ ວັນ​ທີ 24 ເມ​ສາ ໃຫ້ເປັນ "ວັນ​ການ​ບິນ​ອະ​ວະ​ກາ​ດ​ຈີນ". ສ່ວນ​ຫົວ​ຂໍ້​ຂອງປີນີ້​ແມ່ນ "ການ​ບິນ​ອະ​ວະ​ກາດ​ສ້າງ​ຊີ​ວິດ​ທີ່​ງົດ​ງາມ" ໂດຍ​ຫຼາຍ​ທ້ອ​ງ​ຖິ່ນ​ພວມ​ຈັດ​ກິດ​ຈະ​ກຳຢ່າງ​ຫຼວງຫຼາຍ​ທີ່​ສຸມ​ໃສ່​ເຕັກ​ນິກ​ແລະ​ການ​ປະ​ຍຸກ​ການ​ບິນ​ອະ​ວະ​ກາດ ແລະ​ສະ​ແດງ​ບົດ​ບາດ​ຂອງ​ການ​ບິນ​ອະ​ວະ​ກາດ​ໃນ​ການ​ຮັບ​ໃຊ້​ການ​ສ້າງ​ສາ​ເສດ​ຖະ​ກິດ​ແຫ່ງ​ຊາດແລະ​ພັ​ດ​ທະ​ນາ​ສັງ​ຄົມ.

    ກິດ​ຈະ​ກຳຫຼັກ​ຂອງ​ວັນ​ການ​ບິນ​ອະ​ວະ​ກາດ​ຈີນ​ປີນີ້ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊີ່​ອ່ານ ເທດ​ສະ​ບານ​ແຂວງ​ສານ​ຊີ່ ໂດຍ​ໄດ້​ຈັດ​ງານ​ວາງ​ສະ​ແດງວິ​ທະ​ຍາ​ສາດ​ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ການ​ບິນ​ອະ​ວະ​ກາດ​ຢ່າງ​ເປັນ​ລະ​ບົບ ເພື່ອ​ສະ​ແດງ​ຄວາມ​ຄືບ​ໜ້າຫຼ້າ​ສຸດ​ຂອງ​ການ​ບິນ​ອະ​ວະ​ກາດ​ຈີນ​ຕໍ່​ປະ​ຊາ​ຊົນ.

    ທັງ​ນີ້ ເຕັກ​ນິກວິ​ທະ​ຍາ​ສາດ​ການ​ບິນ​ອະ​ວະ​ກາດ​ຈີນ ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດແຫ່ງ​ຊາດ-ສັງ​ຄົມ, ​ເຊິ່ງມາ​ຮອດ​ປັດ​ຈຸ​ບັນ, ​ມີຜູ້​ນຳ​ໃຊ້​ໃນ​ການ​ຖ່າຍ​ທອດ​ສົດ​ຂອງ​ໂທ​ລະ​ພາບ​ຜ່ານ​ດາວ​ທຽມ ໄດ້ຫຼາຍກວ່າ 70 ລ້ານ​ຊຸດ, ເຄື່ອງ​ເທີ​ມີ​ໂນ "ເປີຍ​ໂຕ" ມີຫຼາຍກວ່າ 4 ລ້ານ​ຊຸດ, ການ​ປະ​ຍຸກ​ດາວ​ທຽມສ້າງ​ມູນ​ຄ່າ​ການ​ຜະ​ລິດ ​ໄດ້ຫຼາຍກວ່າ 200 ຕື້ຢວນຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ