ໄທ​ສົ່ງ​ອອກ​ສິນຄ້າ​ໃນ​ໄຕ​ມາດ​ທີ​ໜຶ່ງ​ເພີ່ມ​ຂຶ້ນ 4,9%
2017-04-25 11:30:43  cri 

ຫົວ​ໜ້າ​ຫ້ອງການ​ນະ​ໂຍບາຍ​ແລະ​ຍຸດ​ທະ​ສາດ​ການ​ຄ້າ​ກະຊວງ​ພານິດ​ໄທຢືນຢັນ​ໃນວັນ​ທີ 24 ​ເມສາ​ນີ້​ວ່າ: ​ເດືອນ​ມີນາ​ປີ​ນີ້, ການ​ສົ່ງ​ອອກ​ສິນຄ້າ​ຂອງ​​ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ເຊິ່ງສົ່ງ​ຜົນ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງ​ໄທ​ເພີ່ມ​ຂຶ້ນ 4,9% ສ້າງ​ສະຖິຕິ​ສູງ​ເທື່ອ​ໃໝ່​​ໃນຈັງຫວະ​ການ​ເຕີບ​ໂຕທີ່​ຄິດ​​ໄລ່​ຕາມ​ໄຕ​ມາດ​ໃນ​ຮອບ 4 ປີກ​ວ່າ​ຜ່ານ​ມາ.

ຕົວ​ເລກ​ຫຼ້າ​ສຸດ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 24 ​ເມສາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໃນ​​ເດືອນ​ມີນາ​ຂອງ​ໄທ​ຫຼາຍ​ກວ່າ 20 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 9,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ຕະຫຼາດ​ສາກົນ​ມີ​ຄວາມ​ຕ້ອງການ​ຢາງພາລາ​ແລະ​ຄອມພິວ​ເຕີ​ເພີ່ມ​ຂຶ້ນ​ໂດຍ​ສະ​ເພາະ​ຕະຫຼາດ​ຈີນ​ແລະ​ອິນ​ເດຍມີ​ຄວາມ​ຕ້ອງການ​ສິນຄ້າ​ດັ່ງກ່າວຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ