ເກີດ​ແຜ່ນດິນ​ໄຫວ​ລະດັບ 7,1 ຣິກ​ເຕີ​ຢູ່​ພາກ​ກາງ​ຈີ​ເລ
2017-04-25 14:35:33  cri 
ເຂດ​ທະ​ເລ​ໃກ້​ວານ​ປາຣາຍ​ໂຊ ​ເມືອງ​ພາກ​ກາງ​ຈີ​ເລ​ໄດ້​ເກີດ​ແຜ່ນດິນ​ໄຫວລະດັບ 7,1 ຣິກ​ເຕີ​​ໃນ​ວັນ​ທີ 24 ​ເມສາ​ນີ້, ປັດຈຸບັນຍັງບໍ່ມີລາຍ​ງານ​ກ່ຽວ​ກັບ​ຜູ້ເສຍ​ຊີວິດ​,​ບາດ​ເຈັບ​ແລະຄວາມເສຍ​ຫາຍ​ທາງ​ຊັບ​ສິນ.

ກະຊວງ​ພາຍ​ໃນ​ແລະ​ຄວາມ​ໝັ້ນຄົງ​ສາທາລະນະ​ຈີ​ເລ​ຖະ​ແຫຼ​ງວ່າ: ຈາກ​ເຂດ​ໂຄ​ຄິມ​ໂປ ​ເຂດ​ໃຫຍ່​ທີ 4 ຮອດ​ເຂດ​ບີ​ໂອ​ບີ​ໂອ ​ເຂດ​ໃຫຍ່​ທີ 8 ຂອງ​ປະ​ເທດ​ຕົນລ້ວນ​ແຕ່​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ, ​ແຕ່​ມາ​ຮອດ​ປັດຈຸບັນ​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຕົວເລກຜູ້ເສຍ​ຊີວິດ​,ບາດ​ເຈັບແລະຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ. ຫຼັງ​​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ, ກະຊວງ​ພາຍ​ໃນ​ແລະ​ຄວາມ​ໝັ້ນຄົງ​ສາທາລະນະ​ໄດ້​ປະກາດເຕືອນ​ໄພ​ລ່ວງ​ໜ້າ​​ ແລະ​ຍົກຍ້າຍກຸ່ມຄົນ, ແຕ່ກໍໄດ້ຍົກເລີກໃນເວລາຕໍ່ມາ.

ຫ້ອງການວຽກງານສຸກເສີນຂອງກົມອຸທົກກະສາດແລະທະເລກອງທັບເຮືອຈີເລຢືນຢືນ​ວ່າ ​ແຜ່ນດິນ​ໄຫວ​​ເທື່ອ​ນີ້​ບໍ່​ຮຸນ​ແຮງພໍ​​ເຖິງ​ຂັ້ນ​ຕ້ອງ​ໄດ້​​ເຕືອນ​ໄພ​ຄື້ນຊູ​ນາ​ມິ​ລ່ວງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ