ປາ​ກີ​ສະຖານ​ຄາດ​ຫວັງ​ຢ່າງ​ຍິ່ງ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-25 17:56:59  cri 
 ຫວ່າງ​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ປາ​ກິ​ສະຖານ​​ລາຍ​ງານຂ່າວ​ກ່ຽວ​ກັບ​ຈີນ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໂດຍ​ລະບຸ​ວ່າ ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ເປັນ​ກອງ​ປະຊຸມ​ສາກົນ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​"​ເປັນ​ຕົ້ນ​ມາ.

ທ່ານ​ປາ​​ເວັສ ຄາ​ຕັກ ຫົວໜ້າ​ລັດຖະມົນຕີ​ແຂວງ​ໄຄ​ເປີ ປາ​ກິ​ສະຖານ​ຢືນຢັນ​ວ່າ​ໃນ​ຖານະ​ເປັນ​ໂຄງການ​ສຳຄັນ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ແລວ​ທາງ​ເສດຖະກິດ​ຈີນ-​ປາ​ກິ​ສະຖານ​ໄດ້​ຍົກ​ສູງ​ຖານະ​ບົດບາດ​ທາງຍຸດ​ທະ​ສາດ​ຂອງ​ແຂວງ​​ໄຄ​ເປີ ທັງ​ຊຸກຍູ້​ໃຫ້​ນັກ​ລົງທຶນ​ສາກົນ​​ໄປ​ລົ​ງທຶນ​ແລະ​ພັດທະນາ​ທຸລະ​ກິດ​ຢູ່​ແຂວງ​ດັ່ງກ່າວ​ນັບ​ມື້​ຫຼາຍ​ຂຶ້ນ ​ເຊິ່ງ​ໄດ້​ເພີ່ມ​ພະລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ແຂວງ​ນີ້.

ທ່ານ​ປາ​ຊາ ນັກ​ການ​ທະນາຄານ, ປະທານ​ບໍລິຫານ​ງານEFU ບໍລິສັດ​ປະກັນ​ໄພ​ໃຫຍ່​ທີ່​ສຸດ​ຂອງ​ປາ​ກິ​ສະຖານ​ຢືນຢັນ​ວ່າ ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ໃນ​ຖານະ​ເປັນ​ໂຄງການ​ບຸລິມະສິດ​ສຳຄັນ​ຂອງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ໜັກ​ແໜ້ນ​ຮອບດ້ານ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດື​ອນພຶດສະພາ​ໜ້າ​ນີ້​ກໍ​ເພື່ອ​ຮຽກ​ໂຮມ​ປະ​ເທດ​ທີ່​ຕອບ​ຮັບ​ແລະ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ຕໍ່ໜ້າ​ປຶ​ກສາ​ຫາລື​ຮ່ວມ​ກັນ​ໃນ​ດ້ານ​ນີ້. ບັນດາ​ປະ​ເທດ​ພວມ​ພັດທະນາ​ກໍ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຕໍ່​ເລື່ອງ​ນີ້​ທັງ​ຄາດ​ຫວັງ​ເປັນ​ຢ່າງ​ຍິ່ງ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ