ອິນ​ໂດ​ເນ​ເຊຍຈະ​ຈັດ​ຊຸດ​​ອົບຮົມ "ການ​ສຶກສາ​ພາສາ​ຈີນ ​ໃບ​ຢັ້ງຢືນ​ຄູສອນພາສາ​ຈີນ"ຢູ່ ​3 ​ເມືອງ
2017-04-25 16:34:51  cri 
ວັນ​ທີ 24 ​ເມສາ​ນີ້, ສຳນັກ​ເລຂາຮ່ວມ​ການ​ສຶກສາ​ພາສາ​ຈີນ​ຂອງ​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ຮູ້ວ່າ: ອີງ​ຕາມ​ແຜນການຂອງ​ສະມາຄົມ​ແລກປ່ຽນ​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ສຳນັກ​ເລຂາ​ດັ່ງກ່າວ​ໃນ​ປີ 2017, ຈະ​ຈັດ​ຊຸດອົບຮົມ "ການ​ສຶກສາ​ພາສາ​ຈີນ ​ໃບ​ຢັ້ງຢືນ​ຄູ​ສອນພາສາ​ຈີນ" ທີ່​ປະສົມ​ປະສານ "ການ​ຝຶກ​ອົບຮົມ,ການກວດ​ສອບ​ແລະ​ການ​ຢັ້ງຢືນ"​ ຢູ່​ 3 ຕົວ​ເມືອງຂອງ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 6 ​ພຶດສະພາໜ້າ​ນີ້​ຄື: ​ເມືອງ​ໂປ​ນ​ເຕຍນັກ​ແຂວງ​ກາລີ​ມານ​ຕານ​ຕາ​ເວັນ​ຕົກ, ​ເມືອງ​ຊີ​ລັດ​ປານ​ຈາງ​ແລະ​ເມືອງ​ບາ​ຕຳຂອງ​​ແຂວງ​ຣີອາວ.

​ເນື້ອ​ໃນ​ຂອງ​ການ​ອົບຮົມ​ຕົ້ນຕໍມີ 3 ຂັ້ນ​ຕອນ​ດັ່ງ​ນີ້: ໜຶ່ງ"ຄວາມ​ຮູ້ ​ພື້ນຖານ​ດ້ານ​ການ​ສອນ​ພາສາຈີນ", "ວິທີ​ການ​ສອນ​ພາສາ​ຈີນ" ​ແລະ "ວັດທະນະທຳ​ຈີນ", ສອງ ​​ແນະນຳ​ການສອບ​ເສັງ​ເອົາ "​ໃບ​ຢັ້ງຢືນ​ຄູ​ສອນ​ພາສາ​ຈີນ" ສາມ ອົບຮົມ​ດ້ານການ​ປະ​ເມີນ​ຜົນ​ກ່ຽວ​ກັບ​ "​ໃບ​ຢັ້ງຢືນ​ຄູ​ສອນ​ພາສາ​ຈີນ". ສຳລັບ​ຄູ​ທີ່​ເສັງ​ໄດ້​ຄະ​ແນນ​ຕາມ​ມາ​ດຖານຈະ​ໄດ້​ຮັບ "​ໃບ​ຢັ້ງຢືນ​ຄູ​ສອນ​ພາສາ​ຈີນ" ຈາກ​ສະມາຄົມ​ແລກປ່ຽນ​ຕ່າງປະ​ເທດ​ຂອງ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ