ເ​ດັກນ້ອຍ​ລຸ່ມ 5 ປີ​ຂອງ​ລາວ​ຈະ​ໄດ້​ຮັບບໍລິການ​​ປິ່ນປົວ​ໂດຍ​ບໍ່​ເສຍ​ຄ່າ
2017-04-25 14:44:44  cri 
ຕາມ​ຂ່າວສານ​ຊິນ​ຮວາ: ໜັງສືພິມ​ວຽງ​ຈັນ​ທາມ​ສ໌ສະບັບ​ວັນ​ທີ 24 ​ເມສາ​ລາຍ​ງານ​ວ່າ, ​ເພື່ອ​ຫຼຸດ​ອັດຕາ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ທີ່​ມີ​ອາຍຸຕ່ຳ​ກວ່າ 5 ປີ​ໃຫ້​ໜ້ອຍ​ລົງ, ລັດຖະບານ​ລາ​ວຕົກລົງ​ມອບໃຫ້​ໂຮງໝໍ​ລັດ​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​​​ແກ່​ເດັກນ້ອຍ​ໂດຍ​ບໍ່​ເສຍ​ຄ່າ.

ທ່ານ​ພັດ ​ເກື່ອງສາ​ເນ​ດ ຫົວໜ້າ​ກົມ​ສົ່ງ​ເສີມ​ສຸຂະພາບ​ກະຊວງ​ສາທາລະນະ​ສຸກ​ລາວ​ແຈ້ງ​ຕໍ່​ສື່​ມວນ​ຊົນ​ໃນ​ມໍ່ໆ​ນີ້​ວ່າ, ນະ​ໂຍບາຍ​ໃໝ່​ນີ້​ຈະ​ບໍ່​ຈຳກັດສະ​ເພາະຄອບຄົວ​ທຸກ​ຍາກ​ເທົ່າ​ນັ້ນ, ​ເດັກ​ອ່ອນ​ທີ່​ມີ​ອາຍຸຕ່ຳ​ກວ່າ 5 ປີ​ທຸກ​ຄົນ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ການກວດ​ສຸຂະພາບ​ແລະ​ປິ່ນປົວ​​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ລັດຖະບານ​ລາວ​ເຄີຍ​ປະກາດ​ນະ​ໂຍບາຍ​ທີ່​ຄ້າຍຄື​ກັນນີ້​ໃນ​ປີ 2013, ​ແຕ່​ແນ​ໃສ່​​ແມ່​ແລະ​ເດັກ​ທີ່​ເປັນຄອບຄົວ​ທຸກ​ຍາກ. ທ່ານ​ພັດ​ກ່າວ​ຕື່ມ​ວ່າ, ຫວັງ​ວ່າ​ຜ່ານ​ຈາກ​ນະ​ໂຍບາຍ​ໃໝ່ ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ຂະ​ແໜງ​ການ​ສາທາລະ​ນະ​ສຸກ, ກະຊວງ​ຕົນ​ກໍ​ຈະ​ສືບ​ຕໍ່​ຍົກ​ລະດັບການ​ບໍລິການ​ຂອງ​ທ່ານ​ໝໍ​ແລະ​ພະຍາບານ​ໃຫ້​ສູງ​ຂຶ້ນ.

ປັດຈຸບັນ, ຢູ່​​ປະ​ເທດ​ລາວ, ການ​ເກີດ 1 ​ແສນ​​ເທື່ອຈະ​ມີ​ແມ່ 200 ກວ່າ​ຄົນ​ເສ​ຍຊີວິດ​, ອັດຕາ​ການ​ຕາຍ​ຂອງ​ເດັກ​ມີ​ອາຍຸລຸ່ມ 5 ປີ​ເທົ່າ​ກັບ7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ