ໄທ​ໄດ້​ກັກ​ຕົວ​ຄົນ​ຕ່າງປະ​ເທດ​ 78 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ "ຜູ້ນຳ​ທ່ຽວ​ຜິດ​ກົດໝາຍ"
2017-04-25 14:45:14  cri 
ຕຳຫຼວດ​ທ່ອງ​ທ່ຽວ​ແລະ​ເຈົ້າ​ໜ້າ​ທີ່​ທະຫານ​ໄທ​ໄດ້​ກວດ​ຄົ້ນໂຮງ​ແຮມ​ຫຼັງ​ໜຶ່ງ​ຢູ່​ຄຸ້ມ​ວັງ​ທອງ​ຫລາງ​ນະຄອນຫຼວງ​ບາງກອກ​ໃນ​ວັນ​ທີ 23 ​ເມສາ​ນີ້ ​ແລະ​ໄດ້​ກັກ​ຕົວ​ຄົນ​ໄທ 60 ຄົນ, ​ຄົນ​ຕ່າງປະ​ເທດ 78 ຄົນ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ການ​ນຳ​ທ່ຽວ​ແລະ​ຈຳໜ່າຍ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ຜິດ​ກົດໝາຍ.

ຄົນຕ່າງປະ​ເທດ​ທີ່​ຖືກ​ກັກ​ຕົວ​ເທື່ອ​ນີ້​ສ່ວນ​ຫຼາຍ​ແມ່ນຖື​ວິຊາ​ທ່ອງ​ທ່ຽວ​ແລະ​ວິຊາ​ສຶກສາ, ​ແຕ່​​ອີງ​ຕາມ​ກົດໝາຍ​ຂອງ​ໄທ​ແລ້ວ, ຈະ​ບໍ່​ອະນຸຍາດ​ໃຫ້​ຄົນ​ຕ່າງປະ​ເທດ​ດຳ​ເນີນ​ວຽກງານ​ນຳ​ທ່ຽວ​ຢູ່​ໃນ​ປະ​ເທດ​. ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ກ່າວ​ວ່າ, ຈະ​ສືບສວນ​ຄະດີ​ດ້ວຍ​​ໂທດ​ຖານ​ຈ້າງ​ແຮງ​ງານ​ຕ່າງປະ​ເທດ​​ແບບ​ຜິດ​ກົດໝາຍ, ດຳ​ເນີນ​ວຽກ​ງານ​ນຳ​ທ່ຽວ​ຜິດ​ກົດໝາຍ ​ແລະ​ໂຄສະນາ​ຂາຍ​ສິນຄ້າ​ຜິດ​ກົດໝາຍ.

ປັດຈຸບັນ, ຄົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ທີ່​ວິຊາ​ກາຍ​ກຳນົດ​ແລ້ວ ​ຖືກ​ມອບ​ໃຫ້​ກົມ​ຕຳຫຼວດ​ກວດ​ຄົນ​ເຂົ້າ​ອອກ​ເມືອງ​ເປັນ​ຜູ້​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ, ສ່ວນຄົນ​ອື່ນ​ຫຼັງ​ໄດ້​ລົງບັນທຶກ​ປະຫວັດ​ສ່ວນ​ຕົວ​ແລ້ວ​ຖືກ​ປ່ອຍ​ຕົວຊົ່ວ​ຄາວ, ​ແຕ່​ຈະ​ບໍ່​ອະນຸມັດ​ໃຫ້​ອອກ​ຈາກ​ປະ​ເທດ​ໄທ​ກ່ອນ​ການ​ແກ້​ໄຂ​ຄະດີຈະ​ສິ້ນ​ສຸດ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ