ເວ​ທີ​ບໍ​ລິ​ການ​ເງິນ​ທຶນ​ຈີນ-ກຳ​ປູ​ເຈຍ​ເລີ່ມ​ເປີດ​ບໍ​ລິ​ການ​ຢູ່​ພະ​ນົມ​ເປັນ
2017-04-25 14:19:38  cri 
    ເວ​ທີ​ບໍ​ລິ​ການ​ເງິນ​ທຶນ​ຈີນ-ກຳ​ປູ​ເຈຍ ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຢູ່ນະ​ຄອນຫຼວງ​ພະ​ນົມ​ເປັນຂອງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໃນ​ວັນ​ທີ 24 ເມ​ສ​ານີ້ ທັງ​ໄດ້​ຈັດ​ການ​ທົດ​ສອບ​ເທື່ອ​ທຳ​ອິດ​ເພື່ອ​ເຊື່ອມ​ຕໍ່​ກັບ​ສາ​ຂາ​ຢູ່​ເມືອງ​ເຊີ່ນ​ເຈີ້ນ​ສ​ປ​ຈີນ.

    ເວ​ທີ​ດັ່ງ​ກ່າວທີ່ທຸ​ລະ​ກິດ​ໂດຍ​ບໍ​ລິ​ສັດ​ຂໍ້​ມູນ​ຂ່າວ​ສານຫຼັກ​ຊັບ​ເຊີ່ນ​ເຈີ້ນ​ຈຳ​ກັດ ເຊິ່ງມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ຕິດ​ຕໍ່​ພົວ​ພັນ​ໂຄງ​ການ​ລະ​ດົມ​ທຶນ​ຂ້າມ​ຊາດ ແລະ​ຊຸກ​ຍູ້​ການ​ກໍ່​ຕັ້ງ​ເປັນ​ທຶນ​ຂ້າມ​ຊາດ. ທ່ານ ອູ​ລີ້​ຈູ່ນ ປະ​ທານ​ຄະ​ນະ​ຜູ້​ອຳ​ນວຍ​ການ​ຕະຫຼາດຫຼັກ​ຊັບ​ເຊີ່ນ​ເຈີ້ນ ກ່າວ​ວ່າ, ເວ​ທີ​ດັ່ງ​ກ່າວ ໄດ້​ເຕົ້າ​ໂຮມ​ອົງ​ການ​ລົງ​ທຶນ​ທີ່​ຜ່ານ​ການ​ຮັບ​ຮອງ​ເກືອບ 4000 ແຫ່ງ​ແລະ 2000 ກວ່າ​ໂຄງ​ການ​ຂອງວິ​ສາ​ຫະ​ກິດ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ດີ​ເດັ່ນ​ຂອງ​ຈີນ ເພື່ອ​ດຳ​ເນີນ​ການ​ທົດ​ສອບມື້​ລະ​ເທື່ອ ແລະ​ໃນ​ວັນ​ທີ 24 ເມ​ສານີ້ ໄດ້​​ສະ​ແດງ​ຕໍ່​ອົງ​ການ​ລົງ​ທຶນ​ຂອງ​ຈີນ​ເກືອບ 4000 ແຫ່ງ ແລະ​ໄດ້​ຖືກຍອມຮັບ​ຢ່າງໜ້າ​ພໍ​ໃຈ​.

    ທ່ານ ເຊີນ​ຊາງ​ຈ່ຽງ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ຈີນ​ສາ​ຂາ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ ກ່າວ​ວ່າ, ໃນ​ຕໍ່​ໜ້າ ຈະ​ດຶງ​ດູດ​ອົງ​ການ​ຂອງ​ຈີນ​ແລະ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເວ​ທີ​ດັ່​ງ​ກ່າວ​ໃຫ້ຫຼາຍ​ກວ່າ​ເກົ່າ ເພື່ອ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ກັບ​ລະ​ບົບ​ຕະຫຼາດ​ທຶນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຂອງ​ກຳ​ປູ​ເຈຍ ​ແລະ​ພັດ​ທະ​ນາ​ຢ່າງ​ປະ​ສານ​ກົມ​ກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ