ສົມ​ເດັດ​ມູ​ຮາມ​ມັດ​ລາ​ຊະ​ການ​ທີ 5 ຂຶ້ນຄອງ​ລາ​ຊະ​ບັນ​ລັງ​ມາ​ເລ​ເຊຍ
2017-04-25 14:22:08  cri 
    ຕາມ​ຂ່າວ​ສານ​ຈີນ: ສົມ​ເດັດ​ມູ​ຮານ​ມັດ​ລາ​ຊະ​ການ​ທີ 5 ໄດ້​ຈັດ​ພິ​ທີ​ຂຶ້ນ​ລາ​ຊະ​ບັນ​ລັງ​ຢູ່​ພະ​ລາ​ຊະ​ວັງ​ມາ​ເລ​ເຊຍ​ໃນ​ວັນ​ທີ 24 ເມ​ເສານີ້ ແລະ​ກາຍ​ເປັນ​ປະ​ມຸກ​ລັດ​ມາ​ເລ​ເຊຍ​ຄົນ​ທີ 15.

    ເພື່ອ​ສະຫຼອງ​ພິ​ທີ​ດັ່ງ​ກ່າວ, ບໍ​ລິ​ສັດ​ໄປ​ສະ​ນີ​ມາ​ເລ​ເຊຍ ໄດ້​ຈຳ​ໜ່າຍ​ສະ​ແຕມ​ລະ​ນຶກ​ພິ​ທີ​ຂຶ້ນ​ຄອງ​ລາດ​ຂອງ​ສົມ​ເດັດ​ມູ​ຮາມ​ມັດ​ລາ​ຊະ​ການ​ທີ 5 ໃນ​ມື້​ດັ່ງ​ກ່າວຢ່າງ​ເປັນ​ທາງ​ການ. ຂະ​ນະ​ດຽວ​ກັນ, ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ເປັນ​ພິ​ເສດ​ວ່າ, ວັນ​ທີ 24 ເມ​ສາ​ໃຫ້​ເປັນ​ວັນ​ພັກ​ແຫ່ງ​ຊາດ ແລະ​ງານ​ວາງ​ສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ "ພະ​ບາດ​ສົມ​ເດັດ​ຂອງ​ພວກ​ເຮົາ" ກໍ​ຈະ​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ພະ​ລາ​ຊະ​ວັງ​ເກົ່າ​ແຫ່ງ​ຊາດ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ປີນີ້.

    ສົມ​ເດັດ​ມູ​ຮາມ​ມັດລາ​ຊະ​ການ​ທີ 5 ປີນີ້ອາ​ຍຸ 47 ພັນ​ສາ, ເປັນພະ​ໂອ​ຣົດ​ອົງ​ໃຫຍ່​ສຸດ​ຂອງອະ​ດີດ​ເຈົ້າ​ຊຸນ​ດັນລັດ​ເກ​ລານ​ຕັນ. ເດືອນ​ຕຸ​ລາ​ປີ 2016 ຜ່ານ​ມາ, ພະ​ອົງ​ໄດ້​ຖືກ​ສະ​ເໜີ​​ໃຫ້ເປັນ​ປະ​ມຸກ​ລັດ​ຊຸດ​ທີ 15 ຂອງ​ມາ​ເລ​ເຊຍ​ໃນ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄະ​ນະ​ກຳ​ມະ​ການ​ຜູ້​ປົກ​ຄອງ​ມາ​ເລ​ເຊຍ ​ເຊິ່ງ​ຈະ​ມີ​ອາ​ຍຸ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວ​ລາ 5 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ