ອາ​ເມ​ລິ​ກາ​ປະ​ກາດ​ຈະ​ຂວ້ຳ​ບາດເຈົ້າ​ໜ້າ​ທີ່​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຊີ​ຣີ
2017-04-25 14:23:42  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຖະ​ແຫຼງ​ໃນ​ວັນ​ທີ 24 ເມ​ສານີ້​ວ່າ ຈະ​ຂວ້ຳ​ບາດ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຊີ​ຣີ​ທີ່​ກ່ຽວ​ພັນ​ເຖິງ "ໂຄງ​ການ​ພັດ​ທະ​ນາ​ອາ​ວຸດ​ເຄ​ມີ​ຂອງ​ລັດ​ຖະ​ບານ​ຊີ​ຣີ" 271 ຄົນ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວນີ້ ຂຶ້ນ​ກັບ​ສູນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຊີ​ຣີທີ່​ຮັບ​ຜິດ​ຊອບ​ການ​ພັດ​ທະ​ນາ​ອາ​ວຸດ​ເຄ​ມີ​ໃຫ້​ລັດ​ຖະ​ບານ​ຊີ​ຣີ ແລະ​ມີ​ຈຳ​ນວນ​ໜຶ່ງ​ໄດ້​ເຮັດ​ວຽກ​ເພື່ອ​ໂຄງ​ການ​ອາ​ວຸ​ດ​ເຄ​ມີ​ຂອງ​ລັດ​ຖະ​ບານ​ຊີ​ຣີ​ມາ​ຫຼາຍກວ່າ 5 ປີ​ແລ້ວ.

    ຖະ​ແຫຼງ​ກາ​ນ​ລະ​ບຸ​ອີກວ່າ, ອາ​ເມ​ລິ​ກາ​ຈະ​ອາ​ຍັດ​ຊັບ​ສິນ​ຂອງ​ຜູ້​ຖືກ​ຂວ້ຳ​ບາດ​ຢູ່​ອາ​ເມ​ລິ​ກາ ແລະ​ຫ້າມ​ບໍ່​ໃຫ້​ບໍ​ລິ​ສັດ​ແລະ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​​ຕິດ​ຕໍ່ພົວ​ພັນ​ການ​ຄ້າ​ກັບ​ຜູ້​ຖືກ​ຂວ້ຳ​ບາດ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ