ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ຈະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ
2017-04-25 16:16:27  cri 
     ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ປະ​ກາດ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັ​ດ​ຂຶ້ນ​ໃນ​ວັນ​ທີ 24 ເມ​ສານີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຮໍ​ນາມ​ຮົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ ຢາງ​ເຈ​ສື ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ຈະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ແລະ​ເປັນ​ປະ​ທານກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 4 ແຕ່​ວັນ​ທີ 27-28 ເມ​ສານີ້.

    ທ່ານ ເກີງ​ສວງ​ກ່າວ​ວ່າ, ໃນ​ໂອ​ກາດ​ຢ້ຽມ​ຢາມ, ທ່ານ ຢາງ​ເຈ​ສື ຈະ​ເຂົ້າ​ຢ້ຽມ​ຄຳ​ນັບ​ສົມ​ເດັດ ນະ​ໂລ​ດົມ ສີ​ຫະ​ໂມ​ນີ ແລະ​ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ທັງ​ຮ່ວມ​ກັບ​ທ່ານ​ ຮໍ​ນາມ​ຮົງ ເປັນ​ປະ​ທານກອງ​ປ​ະ​ຊຸມຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 4 ໂດຍ​ຈະວາງ​ແຜນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະ​ຫຍາຍ​ກ້າວ​ສູ່​ລວງ​ເລິກ​​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ