ນາຍົກ​ເຢຍລະ​ມັນ​ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ
2017-04-26 11:07:51  cri 
ວັນ​ທີ 25 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ແບັກ​ແລັງ​ປະ​ເທດ​ເຢຍລະ​ມັນ, ທ່ານ​ນາງ​ແອນ​​ເຈີ​ລາ ​ເມີ​​ເກ​ວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໂອກາດ​ເດີນທາງ​ຢ້ຽມຢາມ​​ເຢຍລະ​ມັນ​ຢ່າງ​ເປັນ​ທາງ​ການ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາດ້ານການຕ່າງປະເທດກັບຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ຈີນ-​ເຢຍລະ​ມັນ​ຮອບ​ທີ 3. ​ໂອກາດ​ດັ່ງກ່າວ, ທ່ານ​ນາງ​ເມີ​ເກ​ວຢືນຢັນ​ວ່າ ຂ້າພະ​ເຈົ້າ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ສະ​ເໜີ​ໂດຍ​ທ່ານ​ປະທານ​ສີ​ຈິ້ນຜິ​ງ ທັງ​ອວຍພອນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດເວທີ​ປຶກສາ​ຫາລື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຈົ່ງປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ແລະ​ເຢຍລະ​ມັນ​ກຳລັງ​​ເອົາ​ໃຈ​ໃສ່​ກະ​ກຽມ​ກອງ​ປະຊຸມ​ສຸດ​ຍອດ​ຈີ20ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີກ ​ແ​ລະເຊື່ອ​ໝັ້ນ​ວ່າ ຈາກ​ການ​ສະໜັບສະໜູນ​ຂອງ​ຈີນ, ກອງ​ປະຊຸມ​ນີ້​ຈະ​ປະສົບ​ຜົນສຳ​ເລັດ​ທີ່​ດີ​ຢ່າງແນ່ນອນ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ປີ​ນີ້​ເປັນ​ປີ​ຄົບຮອບ 45 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຈີນ-​ເຢຍລະ​ມັນ ​ແລະ​ຫວັງ​ຖື​ໂອກາດ​ນີ້​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດທ​ະສາດຮອບດ້ານ​ຈີນ-​ເຢຍລະ​ມັນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່, ​ແລະຈີນ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ສືບ​ຕໍ່​ສະໜັບສະໜູນ​ເຢຍລະ​ມັນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຈີ 20 ​ແຮມ​ເບີກ​ໃຫ້​ປະສົບ​ຜົນສຳ​ເລັດ ​ແລະ​ຜ່ານ​ຈາກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-​ເຢຍລະ​ມັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ.

ສອງ​ຝ່າຍ​ຍັງ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຫະພາບ​ເອີຣົບປະຕິບັດ​ພັນທະ​ຕາມ​ມາດຕາ 15 ຂອງ​ອະນຸ​ສັນຍາ​ວ່າ​ດ້ວຍ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ​ແລະ​ບັນຫາ​ອື່ນໆ​ທີ່​ທັງ​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ