ງານ​ທ່ອງ​ທ່ຽວ​ກິລາ​ກາງ​ແຈ້ງ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ໜ້າ​ນີ້
2017-04-26 15:39:52  cri 
ສະມາຄົມ​ປີນ​ພູ​ຈີນ​ແຈ້ງ​ຂ່າວ​ໃນ​ວັນ​ທີ 25 ​ເມສາ​ນີ້​ວ່າ: ງານ​ທ່ອງ​ທ່ຽວ​ກິລາ​ກາງ​ແຈ້ງ​ຈີນ-ອາ​ຊຽນທີ່​ຈະ​ດຳ​ເນີນ​ໄປ​ຕະຫຼອດ​ປີ 2017 ນີ້​ຈະ​ໄຂ​ຂຶ້ນ​ຢູ່​ເມືອງມາ​ຊ່ານ ທີ່​ສັງກັດ​ເມືອງນານ​ນິງ ​ເຂດ​ປົກ​ຄົງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​ໃນ​ວັນ​ທີ 6 ພຶດສະພາ​ທີ່​ຈະ​ມາ​ເຖິງ​ນີ້ ທັງ​ຈະ​ຈັດການ​ແຂ່ງຂັນ​ທ້າ​ທາຍ​ໄຕ່​ຜາ​​ໄປ​ພ້ອມ.

ງານ​ດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ "ທ່ຽວ​ທຳ​ມະ​ຊາດ​ຢ່າງ​ເບີກບານ​ມ່ວນ​ຊື່ນຢູ່​ເມືອງ​ມາ​ຊ່ານ" ​ໂດຍ​ຈະ​ຈັດ​ລາຍການ​ແຂ່ງຂັນ​ກິລາ​ພູ​ເຂົາຕ່າງໆ​ເປັນ​ຕົ້ນ ການ​ແຂ່ງຂັນ​ແລ່ນ​ມາລາ​ທອນພູ​ເຂົາ​ຈີນ-ອາຊຽນ​ ທັງ​ຈັດ​ກິດຈະກຳ​ກິລາ​ສະໜຸກ​ຕ່າງໆ​ທີ່​ຫັນ​ໜ້າ​ສູ່​ມວນ​ຊົນ​​​ເຊັ່ນ​ການ​ໄຕ່​ເຊືອກແບບ​ຫຼາຍ​ທ່າ, ການ​ໂຫນ​ສະ​ລິງ​ເປີ້ນພູ​ແລະ​ອື່ນໆ. ການ​ແຂ່ງ​ຂັນ​ທ້າ​ທາຍ​ປີນຜາ​ຈະ​ແບ່ງ​ເປັນ​ສອງ​ລະດັບ​ຄື,ມື​ອາຊີບ​ແລະບຸກຄົນ​ທົ່ວ​ໄປ, ​ໂດ​ຍຈະ​ກຳນົດ​ເອົາ 200 ຄົນ​ເທົ່າ​ນັ້ນ​ເຂົ້າ​ຮ່ວມ.

ງານ​ຄັ້ງ​ນີ້​ຈະ​ເປັນ​ການສ້າງ​ຮູບ​​ແບບ​ໃໝ່​ຂອງ​ຂະ​ແໜງການ​ກິລາ​ເພື່ອຊ່ວຍ​ລຶບລ້າງ​ຄວາມທຸກ​ຍາກ​​ໃນຫຼາຍ​ລະດັບ​ໂດຍ​ເງິນ​ບໍລິຈາກ​ທັງ​ໝົດຈະ​ນຳໃຊ້​ໃນ​ການລຶບລ້າງ​ຄວາມທຸກ​ຍາກ​ໃຫ້​ຖືກ​ເປົ້າ​ໝາຍ​​ເທົ່າ​ນັ້ນເພື່ອ​​ເຮັດ​​​ໃຫ້​ປະຊາຊົນ​ຮັ່ງມີ​ຂຶ້ນ​ດ້ວຍ​ການ​ພັດທະນາ​ຂະ​ແໜງ​ການ​ກິລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ