ສະມາຄົມປີນພູຈີນແຈ້ງຂ່າວໃນວັນທີ 25 ເມສານີ້ວ່າ: ງານທ່ອງທ່ຽວກິລາກາງແຈ້ງຈີນ-ອາຊຽນທີ່ຈະດຳເນີນໄປຕະຫຼອດປີ 2017 ນີ້ຈະໄຂຂຶ້ນຢູ່ເມືອງມາຊ່ານ ທີ່ສັງກັດເມືອງນານນິງ ເຂດປົກຄົງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນໃນວັນທີ 6 ພຶດສະພາທີ່ຈະມາເຖິງນີ້ ທັງຈະຈັດການແຂ່ງຂັນທ້າທາຍໄຕ່ຜາໄປພ້ອມ.
ງານດັ່ງກ່າວມີຫົວຂໍ້ວ່າ "ທ່ຽວທຳມະຊາດຢ່າງເບີກບານມ່ວນຊື່ນຢູ່ເມືອງມາຊ່ານ" ໂດຍຈະຈັດລາຍການແຂ່ງຂັນກິລາພູເຂົາຕ່າງໆເປັນຕົ້ນ ການແຂ່ງຂັນແລ່ນມາລາທອນພູເຂົາຈີນ-ອາຊຽນ ທັງຈັດກິດຈະກຳກິລາສະໜຸກຕ່າງໆທີ່ຫັນໜ້າສູ່ມວນຊົນເຊັ່ນການໄຕ່ເຊືອກແບບຫຼາຍທ່າ, ການໂຫນສະລິງເປີ້ນພູແລະອື່ນໆ. ການແຂ່ງຂັນທ້າທາຍປີນຜາຈະແບ່ງເປັນສອງລະດັບຄື,ມືອາຊີບແລະບຸກຄົນທົ່ວໄປ, ໂດຍຈະກຳນົດເອົາ 200 ຄົນເທົ່ານັ້ນເຂົ້າຮ່ວມ.
ງານຄັ້ງນີ້ຈະເປັນການສ້າງຮູບແບບໃໝ່ຂອງຂະແໜງການກິລາເພື່ອຊ່ວຍລຶບລ້າງຄວາມທຸກຍາກໃນຫຼາຍລະດັບໂດຍເງິນບໍລິຈາກທັງໝົດຈະນຳໃຊ້ໃນການລຶບລ້າງຄວາມທຸກຍາກໃຫ້ຖືກເປົ້າໝາຍເທົ່ານັ້ນເພື່ອເຮັດໃຫ້ປະຊາຊົນຮັ່ງມີຂຶ້ນດ້ວຍການພັດທະນາຂະແໜງການກິລາ.