ພິທີ​ເປີດ​ນຳ​ໃຊ້​ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທີ​ສອງ​ຂອງ​ຈີນ
2017-04-26 16:03:12  cri 

ພິທີ​ເປີດ​ນຳ​ໃຊ້​ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທີ​ສອງ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ຕໍ່​ເຮືອ​ຕ້າ​ລຽນ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ໜັກ​ກຳ​ປັ່ນ​ຈີນຢູ່​ເມືອງ​ຕ້າ​ລຽນ​ແຂວງ​ລຽວນິງ ທາ​ງພາກ​ຕາ​ເວັນ​ອອກສຽງ​ເໜືອ ສປ ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ​ເມສາ​ນີ້​ໂດຍ​ທ່ານ​ຟານ​ສາງ​ລົງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​,ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ.

ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທີ​ສອງ​ດັ່ງກ່າວ​ນີ້​ແມ່ນ​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ໂດຍ​ລົງມື​ກໍ່ສ້າງ​ໃນ​ເດືອນ​ພະຈິກ​ປີ 2013 ​ແລະ​ເລີ່​ມຕໍ່​ເຮືອ​ແຕ່​ເດືອນ​ມີນາ​ 2015. ປັດຈຸບັນ, ພາກສ່ວນ​ຫຼັກ​​ແລະ​ລະບົບ​ສຳຄັນ​ຕ່າງໆ​ຂອງກຳ​ປັ່ນ​ໄດ້​ສ້າງ​ສຳ​ເລັດເປັນ​ຕົ້ນ​ແມ່​ແຮງ,​ໄຟຟ້າ​ແລະ​ອຸປະກອນ​ອື່ນ​ໆ​ກໍ​ໄດ້​ຕິດ​ຕັ້ງ​ສຳ​ເລັດ​ຮຽບຮ້ອຍ​ແລ້ວ. ການ​ອອກ​ຈາກ​ອູ່​ລົງ​ນ້ຳ​ເປັນ​ຂອດ​ສຳຄັນ​ໜຶ່ງ​ໃນ​ການ​ກໍ່ສ້າງ​ກຳ​ປັ່ນ​ບັນທຸກ​ເຮືອບິນ, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າກຳ​ປັ່ນ​ບັນທຸກ​ເຮືອບິນ​ທີ່​ຈີນ​ຄົ້ນຄວ້າ​ອອກ​ແບບ​​ແລະ​ຜະລິດ​ເອງ​ນັ້ນ​ໄດ້​ຮັບ​ໝາກຜົນ​ເປັ​ນຢ່າງ​ຍິ່ງ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ