ການ​ລົງທຶນ​ຈາກ​ຈີນ​ໃນ​ປີຜ່ານມາ​ໄດ້​ປະກອບສ່ວນສ້າງ​​ອາຊີບ​ 5 ໝື່ນ​ຕຳ​ແໜ່​ງ​ໃຫ້​ອາ​ເມ​ລິ​ກາ
2017-04-26 16:39:30  cri 
ຕາມ​ຂ່າວສານ​ຊິນຮວາ:ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ຄະນະ​ກຳມະການ​ແຫ່ງ​ຊາດ​ການ​ພົວພັນ​ອາ​ເມ​ລິ​ກາ-ຈີນ​​ແລະ​ກຸ່ມ​ບໍລິສັດ​ໂຣດຽມຂອງ​ອາ​ເມ​ລິ​ກາຮ່ວມ​ກັນ​ເປີດ​ເຜີຍ​ເມື່ອ​ວັນ​ທີ 25 ​ເມສາ​ນີ້​ວ່າ,ປີ 2016 ຜ່ານ​ມາຈີນ​ໄດ້​ລົງທຶນ​ຢູ່​ອາ​ເມ​ລິ​ກາ 46 ຕື້​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ​ກ່ອນ 200% ຂຶ້ນ​ໄປ​ແລະ​ໄດ້​ປະກອບສ່ວນ​ສ້າງ​ອາຊີບ​ 5 ໝື່ນ​ຕຳ​ແໜ່ງ​ໃຫ້​​ອາ​ເມ​ລິ​ກາ.
ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ,ຮອດ​ທ້າຍ​ປີ 2016,ການ​ລົງທຶນ​ຈາກ​ຈີນ​ໄດ້​ສ້າງ​ຕຳ​ແໜ່​ງປະກອບ​ອາຊີບ​ໂດຍ​ກົງ 1 ​ແສນ 41.000 ຕຳ​ແໜ່​ງ​ໃຫ້​ອາ​ເມ​ລິ​ກາ.
ບົດ​ລາຍ​ງານ​ລະບຸ​ວ່າ,ປີ 2016 ອາ​ເມ​ລິ​ກາ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ການ​ລົງທຶນ​ຕໍ່​ຕ່າງປະ​ເທດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຈີນ,ສ່ວນ​ຈີນ​ກໍ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ແຫຼ່ງທີ່​ມາ​ຂອງ​ການ​ລົງທຶນ​ໂດຍ​ກົງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ເຊັ່ນ​ດຽວ​ກັນ.​​ເລີ່​ມແຕ່​ປີ 2000 ​ເປັນ​ຕົ້ນ​ມາ,ຈີນ​ໄດ້​ລົງ​ທຶນ​ຢູ່​ອາ​ເມ​ລິ​ກາ​ລວມທັງ​ໝົດ​ຫຼາຍກວ່າ 109 ຕື້​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ