ອຸປະກອນ​ຈຳ​ນວນ​ໜຶ່ງ​ຂອງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດຫຼື"ທັດ"ຕິ​ດຕັ້ງ​ຢູ່​ສ.​ເກົາຫຼີ
2017-04-26 16:45:42  cri 
ຕາມ​ຂ່າວສານ​ຊິນຮວາ:ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີຢືນຢັນ​ໃນ​ວັນ​ທີ 26 ​ເມສາ​ນີ້​ວ່າ,ອຸປະກອນ​ຈຳນວນ​ໜຶ່ງ​ຂອງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດຫຼື "ທັດ"​ໄດ້​ຕິດ​ຕັ້ງ​ຢູ່​ເມືອ​ງຊຽງ​ຈູ​ແຂວງ​ກຽດ​ຊາງ​ບຸກ​ໂດ​ປະ​ເທດ​ຕົນ​ໃນ​ວັນ​ດັ່ງກ່າວ.​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດຫຼາຍພັນ​ຄົນ​ໄດ້​ຕັນທາງ​ແລະ​ເກີ​ດການ​ປະ​ທະ​ກັບ​ປະຊາຊົນທ້ອງ​ຖິ່ນ​ຜູ້​ຄັດຄ້ານ​ລະບົບ "ທັດ".
ວີ​ດີ​ໂອ​ທີ່​ປະຊາຊົນ​ທ້ອງ​ຖິ່ນ​ເປີດ​ເຜີຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຊາຊົນ​​ຜູ້​ຄັດຄ້ານ ລະ​ບັບ"ທັດ"ໄດ້​ຍົກ​ປ້າຍທີ່​ຂຽນ​ວ່າ "ບໍ່​ເອົາ​ທັດ​ບໍ່​ເອົາ​ສົງຄາມ"​ແລະ​ຄຳ​ຂວັນ​ອື່ນໆ,​ແຕ່​ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດສະກັດ​ກັ້ນ​ໄວ້​ແຕ່ຜູ້​ຄັດຄ້ານ​ຕ້ອງການ​ບຸກ​ເຂົ້າ​​ໄປແຕ່​ຖືກ​ຕຳ​ຫຼວດກັ້ນ​ໄວ້,ສົ່ງ​ຜົນ​ເຮັດ​​ໃຫ້ 6 ຄົນ​ບາດ​ເຈັບ​ແລະ​ຖືກ​ນຳ​ສົ່ງ​ໄປ​ໂຮງໝໍ​ທີ່ຢູ່​ໃກ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ