ຈີນ​-ກຳປູ​ເຈຍ​ເຊັນ​ສັນຍາ​ຂອບ​ການ​ຮ່ວມ​ມື​ອຸດສາຫະກຳ​ຂໍ້​ມູນ​ຂ່າວສາ​ນພູມ​ສາດ​ແຫ່ງ​ຊາດ
2017-04-26 16:49:09  cri 
ຕາມ​ຂ່າວສານ​ຈີນ:ຈີນ-ກຳປູ​ເຈຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຂອບ​ການ​ຮ່ວມ​ມື​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ແຫ່ງ​ຊາດ​ຢູ່​ພະນົມ​ເປັນ​ເມື່ອ​ວັນ​ທີ 25 ​ເມສາ​ນີ້.
​ໃນ​ສັນຍາ​ໄດ້​ລະບຸ​​ໄວ້​ວ່າ,ຈີນ​ຈະ​ຊ່ວຍ​ກຳປູ​ເຈຍ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ແຫ່ງ​ຊາດ​ໃນ​ຫຼາຍປີ​ຕໍ່ໜ້າ​ເພື່ອອຳນວຍ​ຄວາມ​ສະດວກ​ໃນການ​ບໍລິການ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຮອບດ້ານ​ພ້ອມ​ທັງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ການ​ປ້ອງ​ກັນ​ໄພ​ແລະ​ຫຼຸດຜ່ອນ​ໄພ​ເປັນ​ຕົ້ນ​ຂອງ​ປະ​ເທດ​ກຳປູ​ເຈຍ.
ທ່ານ​ນາງ​ຫວັງ​ສ້ຽນ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ໂຄງການ​ອົງການ​ສະຫະ​ປະຊາ​ຊາດ​ຂອງ​ກົມ​ວັດ​ແທກຂໍ້​ມູນ​ຂ່າວສານ​ພູມ​ສາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ແຜນກາ​ນ​ໄລຍະ​ທຳ​ອິດ​ແມ່ນ 3 ປີ​ແລະ​ຈະ​ເລີ່​ມປະຕິບັດ​ໃນ​ປີ​ນີ້.ຫວັງ​ວ່າ​ຈະ​ຖື​ສູນ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ແຫ່ງ​ຊາດ​ກຳ​ປຸູ​ເຈຍ​ທີ່​ສຳ​ເລັດ​ການ​ກໍ່ສ້າງ​ແລ້​ວນັ້ນ​ເປັນພື້ນຖານ,ຖື​ປະ​ເທດ​ກຳປູ​ເຈຍ​ເປັນ​ໃຈກາງ​​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນທັງ​ໝົດ​ໃນ​ດ້ານ​ສູນ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ແຫ່ງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ