ຈັດກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ກະສິກຳ​ຈີນ-ຟີ​ລິບ​ປິນ​​ຄືນ​ໃໝ່​ຫຼັງ​ໄດ້​ຢຸດ​ເຊົາ 7 ປີ
2017-04-26 14:39:14  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານຊີຕຸ່ງຢູ້ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ຈີນ​ພ້ອມ​ດ້ວຍຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ຮ່ວມ​ກະສິກຳ​ຈີນ-ຟີ​ລິບ​ປິນທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນີລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 25 ​ເມສາ​ນີ້ ​ແລະ​ໄດ້​ລົງ​ເລິກ​ປຶກສາ​ຫາລື​ກັບ​ກະຊວງ​ກະສິກຳ​ຟີ​ລິບ​ປິນກ່ຽວ​ກັບ​ການ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ສອງ​ປະ​ເທດ ​ເຊິ່​ງເປັນກອງ​ປະຊຸມ​ຄັ້ງ​ທຳ​ອິດ​ທີ່​ຟື້ນ​ຟູ​ຄືນ​ໃໝ່​ພາຍຫຼັງ​ໄດ້​ຢຸດ​ເຊົາ​ໃນ​ປີ 2010.

​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ໄລຍະ​ທີ​ສາມ​ຂອງ​ສູນ​ເຕັກນິກ​ກະສິກຳ​ຈີນ-ຟີ​ລິບ​ປິນ, ການ​ຮ່ວມມື​ກະສິກຳ​ທີ່​ລວມທັງ​ການ​ຜະລິດ, ການຝຶກ​ອົບຮົມ​ແລະ​ການ​ຄົ້ນຄວ້າ, ການ​ພັດທະນາ​ຂະ​ແໜງການ​ປູກ​ມອນ​ລ້ຽງ​ມ້ອນ ​ແລະ​ອື່ນໆ. ຝ່າຍ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຝຶກ​ອົບຮົມ​ວິຊາ​ການ​ແລະ​ພະນັກງານ​ຄຸ້ມ​ຄອງ​ກະສິກຳຫຼາຍ​ກວ່າ 100 ຄົນ​ໃຫ້​ຟີ​ລິບ​ປິນພາຍ​ໃນ​ເວລາ 3 ປີ, ຜູ້​ແທນວິ​ສາ​ຫະກິດ​ຈີນ​ທີ່ຕິດຕາມ​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ ​ແລະບົດ​ບັນທຶກການ​ລົງທຶນ​ແລະ​ຮ່ວມ​ມື​​ໃນ​ຂົງ​ເຂດ​ກະສິກຳ​ກັບ​ວິ​ສາ​ຫະກິດ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ