ຫວຽດນາມ​ຈະ​ເລັ່ງນສ້າງ​ຫ້ອງການ​ສົ່ງ​ເສີມການ​ຄ້າ​ຢູ່​​ເມືອງຫາງ​​ໂຈ​ວ່ຂອງ​ຈີນ
2017-04-26 15:42:17  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຮອງ​ຫົວໜ້າ​ກົມສົ່ງ​ເສີມ​ການ​ຄ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ກ່າວ​ໃນ​ງານ​ພົບ​ປະ​ສັງ​ສັນ​ການ​ຄ້າ​ແລະ​ການ​ລົງທຶນ​ແຂວງ​ເຈີ​ຈ່ຽງຈີນ-ຫວຽດນາມ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮາ​ໂນ​ຍປະ​ເທດ​ຫວຽດນາມ​ໃນ​ວັນ​ທີ 25 ​ເມສາ​ນີ້​ວ່າ, ປັດ​ຈຸ​ບັນ, ຫວຽດນາມ​ພວມ​ເລັ່ງສ້າງ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ຢູ່​​ເມືອງ​ຫາງ​ໂຈ​ວ່ ສປ ​ຈີນ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຫວຽດນາມ​ກັບ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ຫວຽດນາມ​ກັບ​ແຂວງ​ເຈີ​ຈ່ຽງ​ມີ​ຄວາມ​ສະ​ດວກ​ຍິ່ງ​ຂຶ້ນ.

ທ່ານ​ຫວງ​ສິວ​ຫາງ ຮອງ​ປະທານ​ສະພາ​ສົ່ງ​ເສີມ​ການ​ຄ້າ​ແຂວງ​​ເຈີ​ຈ່ຽງ​ກ່າວ​ ​ວ່າ, ອົງການ​ສົ່ງ​ເສີມ​ການ​ຄ້າ​ຂອງຈີນ​ແລະ​ຫວຽດນາມສາມາດ​ຮ່ວມ​ກັນ​ຊຸກຍູ້​ກິດຈະກຳ​ສົ່ງ​ເສີມ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງຝ່າຍ​ໃຫ້​ເປັນ​ປົກກະຕິ​ແລະ​ມີ​ກົນ​ໄກ​ທີ່​ສົມ​ຄູ່​ກັນ ​ເພື່ອສ້າງ​ເວທີ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ວິ​ສາ​ຫະກິດ​ສອງ​ຝ່າຍ ​ແລະ​ເປັນ​ການ​ປະກອບສ່ວນ​​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ຝ່າຍຫຼາຍ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ