ວັນທີ 25 ເມສານີ້, ທ່ານ ຟູມີໂອ ກີຊີດາ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ສະເໜີ "ປຶ້ມປົກສີຟ້າວ່າດ້ວຍການຕ່າງປະເທດ" ຂອງຍີ່ປຸ່ນສະບັບປີ 2017 ໃຫ້ກອງປະຊຸມລັດຖະບານ, ເຮັດໃຫ້ສ.ເກົາຫຼີປະທ້ວງຢ່າງຮຸນແຮງຕໍ່ເນື້ອໃນກ່ຽວກັບສິດອະທິປະໄຕຂອງເກາະດົກໂດ (ເຊິ່ງຍີ່ປຸ່ນເອີ້ນວ່າເກາະທາເຄຊີມາ).
ກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ຖະແຫຼງໃນມື້ດຽວກັນວ່າ, ລັດຖະບານຍີ່ປຸ່ນ ໄດ້ສະເໜີຈຸດຢືນອັນຜິດພາດທີ່ມີອະທິປະໄຕຕໍ່ດິນແດນເກາະດົກໂດອີກເທື່ອໜຶ່ງໃນ "ປຶ້ມປົກສີຟ້າ" ຂອງຕົນ, ລັດຖະບານສ.ເກົາຫຼີ ຈຶ່ງປະທ້ວງຢ່າງຮຸນແຮງ, ຍີ່ປຸ່ນຄວນຢຸດຕິເຈຕະນາຕໍ່ເກາະດົກໂດໃນທັນທີ. ທັດສະນະປະຫວັດສາດທີ່ຖືກຕ້ອງ ແມ່ນຈຸດເລີ່ມຕົ້ນແລະເງື່ອນໄຂທີ່ຈຳເປັນຂອງສາຍພົວພັນສອງປະເທດ.
ສື່ມວນຊົນສ.ເກົາຫຼີ ລາຍງານວ່າ, ຕອນບ່າຍມື້ດຽວກັນ, ກະຊວງການຕ່າງປະເທດສ.ເກົາຫຼີ ຍັງໄດ້ເຊີນອຸປະທູດຂອງສະຖານທູດຍີ່ປຸ່ນປະຈຳສ.ເກົາຫຼີ ເຂົ້າພົບເພື່ອປະທ້ວງ.