ໄອ​ຍະ​ການ​ຈີນ-ອາ​ຊຽນ​ຮ່ວມ​ມື​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ
2017-04-26 16:11:27  cri 
    ກອງ​ປະ​ຊຸມ​ປະ​ສານ​ງານ​ການ​ຮ່ວມ​ມື​ພາກ​ພື້ນ​ຂອງ​ອົງ​ການ​ໄອ​ຍະ​ການ​ຈີນ- ​ອາ​ຊຽນ ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ສ​ປ ຈີນ​ໃນວັນ​ທີ 25 ເມ​ສານີ້, ທ່ານ ກົ່ວ​ຊິ່ງວ້າງ ຫົວ​ໜ້າ​ກົມ​​ຮ່ວມ​ມື​ສາ​ກົນ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ ກ່າວ​ທີ່​ປະ​ຊຸມ​ວ່າ, ການ​ສ້າງ​ເວັບ​ໄຊ​ທາງ​ການ​ຂອງກອງ​ປະ​ຊຸມ​ໄອ​ຍະ​ການ​ສູງ​ສຸດ​ຈີນ-​ອາ​ຊຽ​ນ ແລະ ສູນ​ຖອດ​ຖອນ​ບົດ​ຮຽນ​ແລະອົບ​ຮົມເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ຈີນ-ອາ​ຊຽນ​ໃຫ້​ສຳ​ເລັດ​ນັ້ນ ຈະ​ມີ​ຄວາມ​ໝາຍ​ທີ່​ດີ​ຕໍ່​ການເພີ່ມ​ທະ​ວີ​ການ​ຖອດ​ຖອນ​ບົດ​ຮຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ສອງ​ຝ່າຍ​ຕື່ມ​ອີກ ແລະເປັນ​ການ​ເຕົ້າ​ໂຮມ​ກຳ​ລັງ​ໃນ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ອີກ​ດ້ວຍ.

    ໃນ​ຊຸມ​ປີມໍ່ໆ​ມານີ້, ໄປ​ພ້ອມກັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ກັບ​ພາກ​ພື້ນ​ອາ​ຊຽນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ກໍ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນເລື້ອຍໆ, ການ​ທີ່​ສ້າງ​ເວ​ທີ​ເພື່ອ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ແລະ​ສູນ​ຖອດ​ຖອນ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ​ທີ່​ຫັນ​ໜ້າ​ສູ່​ອົງ​ການ​ໄອ​ຍະ​ການ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນນັ້ນ ກາຍ​ເປັນ​ສຽງ​ຮຽກ​ຮ້ອງ​ໂດຍທົ່ວ​ໄປ.

    ທ່ານ ກົ່ວ​ຊີ່ງວ້າງ ຊີ້​ໃຫ້​ເຫັນ​ວ່າ, ເຖິງ​​ວ່າເວັບ​ໄຊ​ແລະ​ສູນ​ດັ່ງ​ກ່າວ​ສ້າງ​ຢູ່​ເຂດກວາງ​ຊີ ສ​ປ ຈີນ​ກໍ​ຕາມ, ແຕ່​ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ສາ​ມາດ​ນຳ​ໃຊ້​ຜົນ​ປະ​ໂຫຍດ​ແລະ​​ໄດ້​ຮັບໝາກ​ຜົນ​ຮ່ວມ​ກັນ. ການ​ພັດ​ທະ​ນາ​ແລະ​ປົກ​ປັກ​ຮັກ​ສາ ເວັບ​ໄຊ​ແລະ​ສູນ​ດັ່ງ​ກ່າວ ກໍ​ແມ່ນ​ໜ້າ​ທີ່ ແລະ​ພັນ​ທະ​ຮ່ວມ​ຂອງ​ອົງ​ການ​ໄອ​ຍະ​ການ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ