ຟີ​ລິບ​ປິນຈັດ​ສັນ​ກຳລັງ​​ເຈົ້າ​ໜ້າ​ທີ່4ໝື່ນ​ຄົນ​ປ້ອງ​ກັນ​ຄວາມ​ປອ​ດ​ໄພ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ
2017-04-27 10:24:54  cri 
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີລາ​ປະ​ເທດ​ຟີ​ລິບ​ປິນ​ແຕ່​ວັນ​ທີ 26 ​ເມສາ​ນີ້​ເປັນ​ຕົ້ນ​ມາ ​ແລະ​ໃນ​ໄລຍະ​ນີ້​ຍັງ​ຈະ​ມີກອງ​ປະຊຸມ​ສຳຄັນ​ 10 ກວ່າຄັ້ງອີກ​ດ້ວຍ. ດັ່ງ​ນັ້ນ, ລັດຖະບານ​ຟີ​ລິບ​ປິນຈິ່ງ​ຈັດ​ສັນ​ກຳລັງ​ປ້ອງ​ກັນ​ຄວາມ​ປອດ​ໄພຫຼາຍ​ກວ່າ 4 ​ໝື່ນ​ຄົນ​ເ​ພື່ອຮັບປະກັນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ດຳ​ເນີນ​ໄປ​ດ້ວຍ​ດີ.

ປັດຈຸບັນ, ​​ເຂດ​ຖະໜົນຢູ່​ບໍລິ​ເວນສູນ​ປະຊຸມ​ສາກົນ​ຟີ​ລິບ​ປິນ​ເຊິ່ງ​ເປັນ​ສະຖານ​ທີ່​ຫຼັກ​ສຳລັບ​ຈັດ​ກອງ​ປະຊຸມ​ນັ້ນ​ໄດ້​ຖືກ​ປິດ​ແລ້ວ​ໂດຍ​ຄົນ​ສັນຈອນ​ແລະ​ລົດ​ຕັກ​ຊີ​ຕ້ອງ​ໄດ້​ຜ່ານ​ການ​ກວດ​ກາຄວາມ​ປອດ​ໄພ​ຈິ່ງ​​ຜ່ານ​ໄດ້. ຢູ່ຂ້າງ​​ເສັ້ນທາງ​ສາຍ​ໃຫຍ່​​ໃກ້​ຄຽງ​ທີ່​ເປີດ​ໃຫ້​ສັນຈອນ​ນັ້ນ,ຕຳຫຼວດປາບ​ຈະລາຈົນ​ຫຼາຍ​ຮ້ອຍ​ຄົນ​ກຳລັງ​ຝຶກ​ຊ້ອມ​ເພື່ອ​ພ້ອມ​ຈະ​ຮັບ​ມື​ກັບ​ເຫດການ​ກໍ່​ການ​ຮ້າຍທີ່​ອາດ​ຈະ​ເກີດ​ຂຶ້ນ​​ໄດ້ໃນ​ທຸກ​ເວລາ.

ໄລຍະ​ນີ້, ສະຖານະ​ການ​ຄວາມ​ໝັ້ນຄົງ​ໃນສັງຄົມ​ຟີ​ລິບ​ປິນ​ເຄັ່ງ​ຕຶງ​ຂຶ້ນ, ທ່ານ​ປະທານ​າທິບໍດີ​​ໂຣດຣີ​ໂກ ດູ​ເຕີ​ເຕ ອອກ​ຄຳ​ສັ່ງ​ກ່ອນ​ໜ້າ​ນີ້​ໃຫ້​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ປາບ​ປາມ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຢູ່​ພາກ​ໃຕ້​ປະ​ເທດ​ຕົນ​ເຊັ່ນ​ກຸ່ມອາ​ບູຊາ​ເຢັຟ,ກຸ່ມ​ຈັກຕັກ​ມາວ​ເຕ​ແລະ​ກຸ່ມ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ