ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ-ອີ​ຕາ​ລີລາດ​ຕະ​ເວນ​ຮ່ວມ​ຢູ່​ສວນສາທາລະນະຫໍ​ໄຫວ້​ຟ້າ​ທຽນ​ຖານ
2017-04-27 11:24:42  cri 

ຕອນ​ເຊົ້າ​ວັນ​ທີ 25 ​ເມສາ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີ​ຕາ​ລີ 4 ຄົນ​ຮ່ວມກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ໄດ້​ປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ ​ຢູ່​ສວນສາທາລະນະ​ຫໍ​ໄຫວ້​ຟ້າ​ທຽນ​ຖານ ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ ​ເຊິ່ງ​ເປັນ​ສະຖານ​ທີ່​ແຫ່ງ​ທີ​ສອງ​ທີ່​ສອງ​ຝ່າຍ​ລານ​ຕະ​ເວນ​ຮ່ວມຫຼັງ​ສອງ​ຝ່າຍ​ປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຮ່ວມ​ຢູ່ກຳ​​​ແພງ​ເມືອງ​ຈີນ​ຍ່ານ​ປ່າ​ຕາ​ຫຼິງ​ເມື່ອ​ວັນ​ທີ 24 ​ເມສາ​ນີ້.

​ເດືອນ​ພຶດສະພາ​ປີ 2016 ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ-ອີ​ລາຕີ​ໄດ້ປະຕິບັດ​ໜ້າ​ທີ່​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ໂຣມ ປະ​ເທດ​ອີ​ຕາ​ລີ. ​ເລີ່​ມແຕ່​ວັນ​ທີ 24 ​ເມສາ​ຫາ ວັນ​ທີ 7 ພຶດສະພາ​ປີ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ອີ​ຕາ​ລີ​ແລະ​ຈີນຈະປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຮ່ວມ​ເປັນ​ເວລາ 2 ອາທິດ​ຢູ່​ແຫຼ່ງທ່ອງ​ທ່ຽວ​ກ່ຽວຂ້ອງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ແລະ​ນະຄອນ​ຊຽງ​ໄຮ​,ພ້ອມ​ກັບປະສານ​ງານ​ກັບເຈົ້າ​ໜ້າ​ທີ່​ຕຳຫຼວດຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ​ອີ​ຕາ​ລີ​ ​ຢູ່​ຈີນ. ນອກ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ຈະ​ເດີນທາງ​ໄປ​ອີ​ຕາ​ລີ​ອີກ​ຄັ້ງ​ໃໝ່​ໃນ​ເດືອນ​ມິຖຸນາ​ປີ​ນີ້​ເພື່ອ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີ​ຕາ​ລີ​ປະຕິ​ບັດ​ໜ້າ​ທີ່​ລາດຕະ​ເວນ​ຮ່ວມ​ຢູ່​ນະຄອນຫຼວງ​ໂຣມ,​ເມືອ​ງມີ​ລານ, ​ເມືອງ​ເຟ​ເຣນ​ເຊແລະ​ເມືອງນາ​ເປ​ເລັສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ