ຈີນ​ຈະ​​ເດັດດ່ຽວໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ໃນ​ການຕ້ານ​ການຕິດ​ຕັ້ງ​ລະບົບ THAAP
2017-04-27 15:22:36  cri 
ສື່​ມວນ​ຊົນ​ຂອງ​ ສ.​ເກົາຫຼີ ລາຍ​ງານ​ວ່າ: ຕອນ​ຂ້ອນ​​ແຈ້ງ​ວັນ​ທີ 26 ​ເມສາ​ນີ້, ກອງທັບ​ອາ​ເມ​ລິ​ກາ​ປະຈຳ ສ.​ເກົາຫຼີ ​ໄດ້​ເລີ່​ມສົ່ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ THAAP ​​ເຂົ້າ​ໄປ​ໃນເດີ່ນ​ກ໋ອຟຊິນ​ໂຈ່, ​ແຫຼ່ງຂ່າວ​ຈາກ​ເຈົ້າ​ໜ້າ​ທີ່​ທະຫານ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ​ເທື່ອນີ້​ແມ່ນ​ຂົນ​ສົ່ງອຸປະກອນ​ຊະນິດ​ຕ່າງໆ​ຂອງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ,ລວມທັງຖານ​ສົ່ງ​ເຄື່ອນ​ທີ່, ລະບົບຣາດາX, ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ແລະ​ກອງ​ບັນຊາ​ການ​ສູ້​ຮົບ​ກໍ​ຄື​ຈັກ​ຜະລິດ​ໄຟຟ້າ​ແລະ​ເຄື່ອງ​ຫຼຸດ​ຄວາມ​ຮ້ອນ​ແລະ​ອື່ນໆ.

​ທ່ານ ​ເກີ​ງສວງ ​ໂຄສົກ​ກະຊວກງານ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ​ເມສາ​ນີ້​ວ່າ: ອາ​ເມ​ລິ​ກາ​ແລະ ສ.​ເກົາຫຼີ ຕິດ​ຕັ້ງລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ຢູ່ ສ.​ເກົາຫຼີ, ຈະ​ທຳລາຍ​ຄວາມ​ດຸ່ນດ່ຽງທາງ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ, ​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ອີກ,ທຳລາຍ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງທາງ​ຍຸດ​ທະ​ສາດ​ຂອງ​ຈີນ​ຢ່າງ​ໜັກໜ່ວງ. ດັ່ງ​ນັ້ນ ຈີນ​ຈະ​ເດັດດ່ຽວ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນທີ່​ສຸດ​ເພື່ອ​ປ້ອງ​ກັນ​ຜົນ​ປະ​ໂຫຍ​ດຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ