ການບິນ​ອະ​ວະ​ກາດ​ຂອງ​ຈີນ​ກ້າວ​ເຂົ້າ​ສູ່ "ຍຸກ​ສະຖານີ​ອະວະກາດ"
2017-04-27 20:27:49  cri 
ຕາມ​ຂ່າວ CRI: ​ເວລາ 19:07 ໂມງຂອງວັນທີ 27 ເມສານີ້, ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ທ່ຽນ​ໂຈ່ວ 1 ໄດ້​ເຊື່ອມ​ຕໍ່​ກັບ​ຍານ​ອະ​ວະ​ກາດ​ທ່ຽນ​ກົ່ງ 2 ຢ່າງ​ອັດ​ຕະ​ໂນ​ມັດ​ເປັນ​ຄັ້ງ​ທຳ​ອິດແລະຕື່ມ ເຊື້ອເພີງຢ່າງປະສົບຜົນສຳເລັດ, ​ເປັນ​ຂີດ​ໝາຍວ່າ​ໜ້າ​ທີ່​ການບິນ​ອະ​ວະ​ກາດ​ຂອງຍານ​ອະ​ວະ​ກາດ​​ທ່ຽນ​ໂຈ່ວ 1 ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ​ການ​ທີ່ບຸກທະລຸ​ແລະ​ນຳ​ໃຊ້ເຕັກນິກ​ດັ່ງກ່າວນີ້, ​ໄດ້ຕາບ​ຈູ​ນຊ່ອງ​ຫວ່າງດ້ານ​ເຕັກນິກ​ຂອງ​ຈີນ​ໃນ​ຂົງ​ເຂດ​ການບິນ​ອະວະກາດ, ​ເປັນການ​ພັດທະນາ​ເຕັກນິກ​ສຳຄັນ​​ແບບ​ກ້າວ​ກະ​ໂດດ​ໃນ​ຂົງ​ເຂດຊຸກ​ດັນ​ທາງ​ອະວະກາດ, ​ໄດ້ກຳຈັດສິ່ງ​ກີດຂວາງ​ດ້ານ​ການ​ສະໜອງ​ພະລັງງານ​ໃຫ້​ແກ່ການ​ສ້າງ​ສະຖານີ​ອະວະກາດ​ແລະ​ໝູນ​ເດີນ​ຢູ່​ອະວະກາດເປັນ​ໄລຍະ​ຍາວ, ​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ 3 ​ໃນ​ໂລກ​ທີ່​ສາມາດ​ນຳ​ໃຊ້ເຕັກນິກ​ສຳຄັນ​ດັ່ງກ່າວ​.

ຕາມ​ແຜນການທີ່​ໄດ້​ວາງ​ໄວ້, ຍານ​ອະວະກາດ​ທ່ຽນ​ໂຈ່​ວ 1 ຈະ​ດຳ​ເນີນ​ການ​ທົດ​ລອງຕື່ມເຊື້ອເພີງ ຄັ້ງ​ທີ 2 ​ໃນກາງ​ຫຼື​ທ້າຍ​ເດືອນ​ໜ້າ.

ໜ້າ​ທີ່​ການບິນ​ອະວະກາດ​ຂອງ​ຍານ​ອະວະກາດ​ທ່ຽນ​ໂຈ່​ວ 1 ​ເທື່ອ​ນີ້, ​ແມ່ນ​ໜ້າ​ທີ່​ສຸດ​ທ້າຍ​ຂອງ​ໜ້າ​ທີ່​ການບິນ​ຫ້ອງ​ທົດ​ລອງອະວະກາ​ດ​ໂຄງການ​ການບິນ​ອະວະກາດບັນທຸກ​ຄົນ, ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປະຕິບັດ​ໜ້າ​ທີ່ພາຍຫຼັງ​ຂອງ​ໂຄງການ​ສ້າງ​ສະຖານີ​ອະວະກາດ​​ໃຫ້ສຳ​ເລັດ, ​ການ​ຕື່ມ​ເຊື້ອ​ເພິ​ງຢູ່​ອະວະກາດ​ຢູ່າງສຳ​ເລັດເປັນ​ຂີດ​ໝາຍວ່າ​ບາ​ດກ້າວ​ທີ​ສອງ​ຂອງ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ໄດ້ປະສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ, ຈາກ​ນີ້​ຈີນ​ກໍ່​ໄດ້​ກ້າວ​ເຂົ້າ​ສູ່​ "ຍຸກ​ສະຖານີ​ອະວະກາດ" ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ