ຈີນ​ມີ​ເຫດຜົນ​ເຕັມ​ສ່ວນ​ໃນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນຢູ່​ຕ່າງປະ​ເທດ
2017-04-27 11:32:11  cri 
ທ່ານ​ຫວັງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ຮ່ວມ​ກັບ​ຮອງ​ນາຍົກລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ພົບ​ປະ​ນັກ​ຂ່າວ​ຢູ່​​ແບກ​ແລງ​​ໃນ​ວັນ​ທີ 26 ​ເມສາ​ນີ້,ນັກ​ຂ່າວ​ເຢຍລະ​ມັນ​ໄດ້​ສອບ​ຖາມ​ເຖິງ​ຈຸດປະສົງ​ທີ່​ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ທຳ​ອິດ​ຂອງ​ຈີນ​ປ່ອຍ​ລົງ​ນ້ຳ.
ທ່ານ​ຫວັງ​ຢີ້ກ່າວ​ວ່າ,ຜົນ​ປະ​ໂຫຍ​ດຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ລວມທັງ​ບຸກຄະລາ​ກອນ​ໄດ້​ມີ​ຢູ່​ທົ່ວ​ໂລກ.ວິ​ສາ​ຫະກິດ​ຈີນ​ທີ່​ລົງທະບຽນ​ຢູ່​ຕ່າງປະ​ເທດ​ມີ​ເກືອບ 3 ໝື່ນ​ແຫ່ງ,ພົນລະ​ເມືອງ​ຈີນ​ທີ່​ເຮັດ​ວຽກ​ແລະ​ດຳ​ລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ມີ​ເຖິງ​ຫຼາຍລ້ານ​ຄົນ.ກຳ​ປັ່ນ​ບັນທຸກ​ສິນຄ້າ​ທີ່​ແລ່ນ​ຕາມ​ທາງ​ເດີນ​ເຮືອ​ສາກົນ​ທີ່​ສຳຄັນ​ທັງ​ໝົດ​ສ່ວນ​ຫຼາຍກໍ​ບັນທຸກ​ສິນຄ້າ​ຂອງ​ຈີນ​ຫຼືກ່ຽວ​ພັນ​ກັບ​ຈີນ.​​ຢູ່​ໃນ​ສະພາບ​ການ​ນີ້,ຈີນ​ມີ​ເຫດຜົນ​​ເຕັມ​ສ່ວນ​​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຢູ່​ຕ່າງປະ​ເທດ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ພາກ​ພື້ນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ