ໜ່ວຍ​ງານ​ຄົ້ນຄວ້າ​ຮ່ວມ​ແລວ​ທາງ​ເສດຖະກິດ​ບັງ​ກາ​ລາ​ເດັດ,ຈີນ,ອິນ​ເດຍ,ມຽນມາ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ​ສາມ​ຢູ່​ອິນ​ເດຍ
2017-04-27 11:37:27  cri 
ຕາມ​ຂ່າວສານ​ຊິນ​ຮວາ:ໜ່ວຍ​ງານ​ຄົ້ນຄວ້າ​ຮ່ວມ​ແລວ​ທາງ​ເສດຖະກິດ​ບັງ​ກາ​ລາ​ເດັດ,ຈີນ,ອິນ​ເດຍ,ມຽນມາ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ​ສາມ​ຢູ່​ການ​ກຸນ​ຕາ​ປະ​ເທດ​ອິນ​ເດຍ​ແຕ່​ວັນ​ທີ 25 ຫາ 26 ​ເມສາ​ນີ້,ຜູ້​ແທນ​ຈາກຂະ​ແໜງການຂອງ​ລັດຖະບານ,ອົງການ​ຄົ້ນຄວ້າ,ສະ​ຖາ​ບັນ​ການ​ເງິນ​ແລະ​ສະມາຄົມ​ອຸດສາຫະກຳຂອງ 4 ປະ​ເທດ​ດັ່ງກ່າວ​ 50 ກວ່າ​ທ່ານ​​ໄດ້​ປຶກສາຫາລື​ບົດ​ລາຍ​ງານ​ທີ່ 4 ປະ​ເທດ​ນີ້​ຮ່ວມ​ກັນ​ຮຽບຮຽງ.
ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ກ່າວ​ວ່າ​ຈະ​ພະຍາຍາມ​ດັດ​​ແປງ​ແລະ​ສຳ​ເລັດ​ບົດ​ລາຍ​ງານ​ຄົ້ນຄວ້າ​ຮ່ວມ​ພາຍ​ໃນ​ປີ​ນີ້.
ນອກ​ນີ້,ກອງ​ປະຊຸມ​ຍັງ​ໄດ້​ຄົ້ນຄວ້າ​ຫາລື​ການຈັດ​ສັນ​ວຽກ​ງານ​ໃນ​ຂັ້ນ​ຕໍ່​ໄປ​ແລະ​ໄດ້​ເຊັນບົດ​ບັນທຶກ​​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸ​ມ. 4 ຝ່າຍ​ເຫັນ​ດີ​ຈະ​ເລີ່​ມດຳ​ເນີນ​ວຽກ​ງານ​ຫາລື​ການຈັດ​ສັນ​ຂອບ​ລະຫວ່າງ​ລັດຖະບານ 4 ປະ​ເທດ​ຫຼັງສຳ​ເລັດ​ບົດ​ລາຍ​ງານ​ຄົ້ນຄວ້າ​ຮ່ວມ​ແລະ​ໄດ້​ຕົກລົງ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ໜ່ວຍ​ງານ​ຄົ້ນຄວ້າ​ຮ່ວມ​ຢູ່​ມຽນມາ​ໃນ 6 ​ເດືອນ​ຕົ້ນ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ