ກິດຈະກຳ​ຮ່ວມ​ເກັບ​ກຳ​ຂ່າວ​ຈີນ-ອາ​ຊຽນຮ່ວມ​ກັນ​ສ້າງ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ
2017-04-27 11:45:18  cri 
ຕາມ​ການ​ລາຍ​ງານຂ່າວ​ຈາກ​ເວັບ​ໄຊ​ສູນ​ຈີນ-ອາ​ຊຽນ​ແລະ​ສຳນັກ​ຂ່າວສານ​ຊິນ​ຮວາ:ນັກ​ຂ່າວ 20 ທ່ານ​ຈາກ 10 ປະ​ເທດ​ອາ​ຊຽນ​ແລະ​ນັກ​ຂ່າວ​ຈີນ​ໄດ້​ສິ້ນ​ສຸດ​ການເກັບ​ກຳຂ່າວຢູ່​ແຂວງ​ຈ່ຽງຊີ່​ໃນ​ວັນ​ທີ 26 ​ເມສາ​ນີ້ຢ່າງ​ຈົບງາມ.ກິດ​ຈະ​ກຳ​​ເກັບ​ກຳ​ຂ່າວຄັ້ງ​ນີ້​ມີຊື່ວ່າ "ຈີນ-ອາ​ຊຽນຮ່ວມ​ກັນ​ສ້າງ​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21"ປີ 2017 ​.
ຫົວ​ຂໍ້ຫຼັກຂອງກິດຈະກຳ​​ນີ້​ແມ່ນ "ການ​ຫັນປ່ຽນ​ອຸດສາຫະກຳ​ພາກ​ກາງ​ປະ​ເທດ​ຈີນ​ແລະ​ການ​ຮ່ວມ​ມື​ສາກົນ"​.
​ໂອກາດ​ນີ້,ນັກ​ຂ່າວ​ຈາກ​ປະ​ເທດ​ຕ່າງໆ​​ໃນ​ອາ​ຊຽນກ່າວ​ວ່າ,ກິດຈະກຳ​ເທື່ອ​ນີ້​ໄດ້​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ຂອງ​ຈີນ​ຕໍ​ປະ​ເທດ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ພາກ​ກາງຂອງ​ຈີນ,​ໄດ້​ຮູ້ສຶກ​ເຖິງ​ພະລັງ​ຊີວິດ​ໃນ​ການ​ພັດທະນາ​ທີ່ຟົດ​ຟື້ນ​ຂອງ​ພາກ​ກາງ​​ຈີນ​ແລະ​ຈະ​ນຳ​​ເອົາ​ສະພາບ​ການ​ຕ່າງໆ​ຂອງ​ແຂວງ​ຫຸໜານ​ແລະ​ແຂວງ​ຈ່ຽງຊີ່​​ເຜີຍ​ແຜ່​ໃຫ້​ປະຊາຊົນ​ປະ​ເທດ​ຕົນ​ຮູ້​ຕາມ​ຄວາມ​ເປັນ​ຈິງ​ເພື່ອປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ຊຽນ​ແລະ​ຫວັງ​ວ່າ​ໂອກາດ​ໜ້າ​ຈະ​​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​​ແບບ​ນີ້​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ