ໄຂ​ກອງ​ປະຊຸມ​ວິທະຍຸ​ອາຊີ 2017 ທີ່​ນະຄອນຫຼວງ​ບາງກອກ
2017-04-27 10:02:14  cri 

ຕາມ​ຂ່າວCRI: ກອງ​ປະຊຸມ​ວິທະຍຸ​ອາຊີ 2017 ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 26 ​ເມສາ​ນີ້ ​ເຊິ່ງມີ​ຫົວ​ຂໍ້​ວ່າ: ຈັດ​ທຳລາຍ​ການ​ວິທະຍຸ​ດ້ວຍ​ຄວາມ​ກະຕືລື​ລົ້ນ, ຜູ້​ແທນ​ທີ່​ມາ​ຈາກ​ອົງການ​ຈັດ​ຕັ້ງ​ວິທະຍຸ​ຂອງ​ລັດ​ແລະ​ເອກະ​ຊົນ 300 ກວ່າ​ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ​ອ​າຊີ​ປາຊີ​ຟິກ​ໄດ້​​ເຂົ້າ​ຮ່ວມ​ປະຊຸມ ​ເພື່ອປຶກສາ​ຫາລືການ​ພັດທະນາ​ຂອງ​ວິທະຍຸ​ໃນ​ອະນາຄົດ.

​ໂອກາດ​ນີ້, ທ່ານ​ອອມ​ສິນ ຊີວະ​ພຣັກ ລັດຖະມົນຕີປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ, ວິທະຍຸ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ສັງຄົມ​ໄທ. ພາຍ​ໃຕ້​ການ​ທ້າ​ທາຍ​ຂອງ​ສື່​​ໃໝ່​ໃນ​ປັດຈຸບັນ, ວິທະຍຸ​ກໍ​ປະ​ເຊີນ​ກັບ​ການ​ປະຕິ​ຮູບ ​ແລະ​ປ່ຽນ​ຮູບ​ແບບ​ການ​ພັດທະນາ. ທ່ານ​ມີ​ຄວາມ​ຄອງ​ຄອຍ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້ ​ແລະ​ຫວັງ​ໃຫ້​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ນຳ​ໃຊ້​ໂອກາດ​ດັ່ງກ່າວ, ​ແບ່ງປັນປະສົບ​ການ​​ເຊິ່ງກັນ​ແລະ​ກັນ ພ້ອມ​ທັງ​ວາງ​ແຜນການ​ພັດທະນາ​ຂອງວິທະຍຸ​ໃນ​ອະນາຄົດຮ່ວມ​ກັນ.

ຂ່າວ​ແຈ້ງວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປເປັນ​ເວລາ​ສາມ​ວັນ, ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ຈະ​ແບ່ງ​ເປັນ​ຈຸ​ປຶກສາ​ຫາລື​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ວິທະຍຸ​ຊຸມ​ຊົນ, ວິທະຍຸ​ຊ່ວຍ​ເຫຼືອ​ກູ້​ໄພ, ຄວນສື່​ສານ​ກັບ​ຜູ້​ຟັງ​ແນວ​ໃດ ​ແລະ​ເຮັດ​ແນວ​ໃດ​​ໃຫ້​ເປັນ​ເຈົ້າ​ການ​ຂອງ​ວິທະຍຸ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ