ຮອງ​ນາຍົກ​ໄທ​ຈະ​ຢ້ຽມຢາມ​ຮົງ​ກົງ​ຈີນ
2017-04-27 10:49:02  cri 
ຕາມ​ຂ່າວສານ​ຈີນ: ທ່ານ​ສົມ​ຄິດ ຈະຕຸ​ພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ​ຈະ​ນຳພາ​ຄະນະ​ຜູ້​ແທນ​ເສດຖະກິດ​ໄປ​ຢ້ຽມຢາມ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​​ເປັນ​ເວລາ 4 ວັນ ​ແລະ​ຈະ​ເຂົ້າ​ຢ້ຽມ​ຄຳນັບ​ພ້ອມ​ທັງ​ພົບ​ປະ​ກັບທ່ານ​ນາງ​ຫຼິນ​ເຈິ້ງ​ຢົ້ວ​ເອີ ວ່າ​ທີ່ຜູ້​ວ່າການ​ເຂດ​ບໍລິຫານພິ​ເສດ​ຮົງ​ກົງ.

ຮົງ​ກົງ​ເປັນ​ແຫຼ່ງການ​ລົງທຶນ​ທີ່​ສຳຄັນ​ຂອງ​ໄທ ​ແລະ​ກໍ​ເປັນ​ຕະຫຼາດ​ສົ່ງ​ອອກ​ເຂົ້າສານ​ທີ່​ໃຫຍ່​ທີ່​ສຸດຂອງ​ໄທ, ສອງ​ຝ່າຍ​ຍັງ​ຈະ​ລົງ​ເລິກ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ສົ່ງ​ອອກ​ເຂົ້າສານຂອງ​ໄທ​ໄປ​ຮົງ​ກົງ.

​ໃນ​ຖານະ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊຽນ, ​​ໃນ​ຫຼາຍ​ປີ​ມາ​ນີ້, ​ໄທ​ໄດ້​ຮັກສາ​ການ​​ພົວພັນ​ໃນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ​ວັດທະນະທຳ​ກັບ​ຮົງ​ກົງ​ຢ່າງ​ແໜ້ນ​ແຟ້ນ. ​ສະຖິຕິ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ທີ່​ພະ​ແນ​ກສະຖິຕິ​ອຳນາດ​ການ​ປົກຄອງ​ເຂ​ດບໍລິຫານ​ພິ​ເສດ​ຮົງ​ກົງ​ເປີດ​ເຜີຍ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ​​ເດືອນ​ມີນາ​ປີ​ນີ້, ຍອດ​ມູນ​ຄ່າ​ສິນຄ້າ​ທີ່​ຮົງ​ກົງ​ນຳ​ເຂົ້າ​ຈາກ​ໄທ​ໄດ້​ເພີ່ມ​ຂຶ້ນກວ່າ 10% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ