"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳລະ​ຫວ່າງເກ​ຣັກ​ກັບ​ຈີນ
2017-04-27 16:19:55  cri 
    ຫວ່າງ​ມໍ່ໆ​ມານີ້, ທ່ານ ເລ​ໂອ​ນີ​ດັ​ສ ໂຣ​ຄາ​ນັ​ສ ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ເກ​ຣັກ​ປະ​ຈຳ​ຈີນ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບໍ່​ພຽງ​ແຕ່​ສຳ​ຄັນ​ຕໍ່​ຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊີ, ເອີ​ຣົບ ຕະຫຼອດ​ຮອດ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ໃນ​ໂລກ, ​ໄດ້​ຊຸກ​ຍູ້​ກາ​ນ​ຮ່ວມ​ມືແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນຢ່າງ​ສະ​ເໝີ​ພາບ​ຂອງ​ບັນ​ດາ​ປະ​ເທດ.

    ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ເປີດ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ມວນ​ມະ​ນຸດ. ທ່ານ ກ່າວ​ຕື່ມ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ເກ​ຣັກ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ຮ່ວມ​ມື​ທາງ​ທະ​ເລ​ພາຍ​ໃຕ້​ຂອບ​ດັ່ງ​ກ່າວ, ປັດ​ຈຸ​ບັນ, ສິນ​ຄ້າ​ຈີນ​ໄດ້​ຜ່ານທ່າ​ກຳ​ປັ່ນ​ເກ​ຣັກ​ຂົນ​ສົ່ງ​ໄປ​ປະ​ເທດ​ອື່ນໆ​ຢ່າງຫຼວງຫຼາຍ. ນອກນັ້ນ, ເກ​ຣັກ​ຍັງ​​ມີ​ຄວາມ​ສຳ​ຄັນ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ພວມ​ພະ​ຍາ​ຍາມ​ຟື້ນ​ຟູ​ຈາກວິ​ກິດ​ການ​ເສດ​ຖະ​ກິດ, ເລັ່ງ​ລັດ​ການ​ປະ​ຕິ​ຮູບ ແລະ​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນທີ່​ມີ​ສະ​ຖຽນ​ລະ​ພາບ​ແລະ​ເໝາະ​ສົມ​ໃຫ້​ຕ່າງ​ປະ​ເທດ
ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຣ​ຄາ​ນັ​ສ ສະ​ເໜີ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນ ເພື່ອ​ຊອກ​ຄົ້ນ​ວັດ​ທະ​ນະ​ທຳ ແລະ​ເຂົ້າ​ໃຈ​ອາ​ລະ​ຍະ​ທຳ​ເອີ​ຣົບ​ແລະ​ແນວ​ຄິດ​ຕາ​ເວັນ​ຕົກຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ