ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ລະຫວ່າງ​ລັດຖະບານ​ຈີນ-ກຳປູ​ເຈຍ​​ເທື່ອ​ທີ 4​ໄຂ​ຂຶ້ນ​ຢູ່​ພະນົມ​ເປັນ
2017-04-28 10:10:19  cri 
ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານລະຫວ່າງ​ລັດຖະບາ​ນຈີນ-ກຳປູ​ເຈຍ​ເທື່ອ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ​ໃນ​ວັນ​ທີ 27 ​ເມສາ​ນີ້​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ແລະ​ທ່ານ​ຮໍ​ນາມ​ຮົງ ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ​ສອງ​ຝ່າຍ​ໄດ້​ທົບ​ທວນຄືນຢ່າງຮອບດ້ານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່ກອງ​ປະຊຸມ​​ເທື່ອ​ທີ 3 ​ເປັນ​ຕົ້ນ​ມາ, ທັງ​ກຳນົດ​ແຜນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ 1 ປີ​ຕໍ່ໜ້າ​ແລະ​ຂົງ​ເຂດ​ອື່ນໆ​ອີກ.

ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເນັ້ນວ່າ: ສາຍ​ພົວພັນ​ຈີນ-ກຳປູ​ເຈຍ​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງຮອບດ້ານ ​ແລະ​ການພົວພັນ​ລະຫວ່າງ​ກາ​ນນຳ​ຂັ້ນ​ສູງ​ມີ​ບົດບາດ​ສຳຄັນ​ຫຼາຍໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຈີນ​ຍິນ​ດີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຮຸນ​ແຊນ​ທີ່​ຈະເດີນທາງ​ມາ​ຢ້ຽມຢາມ​ຈີນ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ເດືອນ​ພຶດສະພາ​ໜ້າ​ນີ້ ​ແລະ​ສອງ​ຝ່າຍ​ຈະ​ປະສານ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ເພື່ອກະກຽມວຽກ​ງານ​ທີ່​ກ່ຽວຂ້ອງ​ຕ່າງໆໃຫ້​ດີ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ເລັ່ງລັດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ເປີດ​ກວ້ງ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ, ພະຍາຍາມ​ສູ້​ຊົນ​​ເພື່ອ​ບັນລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 5 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2017 ຕາມ​ເວລາ​ທີ່ກຳນົດ​ໄວ້ ທັງ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ຂອບ​ຫຼາຍ​ຝ່າຍ​ເປັນ​ຕົ້ນ ອົງການ​ສະຫະ​ປະຊາ​ຊາດ,ກົນ​ໄກ​ຮ່ວມ​ມື​ຈີນ-ອາ​ຊຽນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ