ຈີນ​ໃຫ້​ສັດຕະຍາບັນ​ສັນຍາ​ຮ່ວມ​ມື​ປ້ອງ​ກັນຊາ​ຍ​ແດນ​ປະ​ເທດ​ສະມາ​ຊິກອົງການ​ຮ່ວມ​ມື​ຊຽງ​ໄຮ
2017-04-28 11:05:37  cri 
ວັນ​ທີ 27 ​ເມສາ​ນີ້, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ຮ່ວມ​ມື​ປ້ອງ​ກັນຊາ​ຍ​ແດນບັນດາ​ປະ​ເທດ​ສະມາຊິກ​ອົງການຮ່ວມ​ມື​ຊຽງ​ໄຮ.

ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພິຈາລະນາ​ຮ່າງ​ຍັດຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະ​ເໜີ​ໃຫ້​ພິຈາລະນາ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ດັ່ງກ່າວ​ເລີ່​ມ​ແຕ່​ວັນ​ທີ 24 ​ເມສານີ້​​ເປັນ​ຕົ້ນ​ມາ. ​ໂອກາດ​ຊີ້​ແຈງ​ຮ່າງ​ຍັດຕິ​ດັ່ງກ່າວ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ລັດຖະບານ,ທ່ານ​ຫຼີ​ເຫວີຍ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ຢືນຢັນ​ວ່າ: ສັນຍາ​ດັ່ງກ່າວ​ເປັນ​ສົນທິສັນຍາ​ສຳຄັນ​​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ປະ​ເທດສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ ​ເຊິ່ງ​​ເປັນ​ພື້ນ​ຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງບັນດາ​ປະ​ເທ​ດສະມາຊິກ​ອົງການ​ດັ່ງກ່າວ.

ສັນຍາສະບັບ​ດັ່ງກ່າວ​ທີ່​ມີ​ທັງ​ໝົດ 14 ມາດຕາ​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ຢູ່​ເມືອງ​ອູ​ຟາ (Ufa)ປະ​ເທດຣັດ​ເຊຍ​ເມື່ອ​ວັນ​ທີ 10 ກໍລະກົດ​ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ