ທ່ານ​ຫວາງ​ຢີ້ພົບ​ປະ​ກັບ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ​ອາ​ເມ​ລິ​ກາ
2017-04-28 16:59:19  cri 

ວັນ​ທີ 27 ​ເມສາ​ນີ້​ຢູ່​ນະຄອນ​ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຮັນຣີ ຄີສ​ຊິງ​ເກີ ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ.

​ໂອກາ​ດດັ່ງກ່າວ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ສາຍ​ພົວພັນ​ຈີນ-ອາ​ເມລິ​ກາ, ​ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ເປັນ​ຄູ່​ຮ່ວມ​ມື​ຖາວອນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ໂລກ​. ນອກ​ນີ້​,ສອງ​ຝ່າຍ​ຍັງ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ແລະ​ບັນຫາອື່ນໆ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ