ຟີ​ລິບ​ປີນ​ຈະ​ສືບ​ຕໍ່​ຮັກສາ​ການ​ສົນທະນາ​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້
2017-04-28 16:03:55  cri 
ທ່ານ​ໂຣ​ດ​ຣີ​​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​​ໃນ​ວັນ​ທີ 27 ​ເມສາ​ນີ້​ວ່າ, ປະ​ເທດ​ຕົນ​ຈະ​ສືບ​ຕໍ່​ຮັກສາ​ການ​ສົນທະນາ​​ແລະ​ປຶກສາ​ຫາລືກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ເພາະວ່ານີ້​ແມ່ນ​ຊ່ອງ​ທາງ​ດີ​ທີ່​ຈະສຸດ​ທີ່​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້.

ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫຼັງພົບ​ປະກັບ​ສົມ​ເດັດ​ຊຸນ​ຕານຮັດ​ຊະ​ນານ ​ໂບນ​ເກ​ຍ, ​ເຈົ້າ​ຊີ​ວິດ​ບຣູ​ໄນ​ທີ່​ກຳລັງ​ຢ້ຽ​ມຢາມ​ຟີ​ລິບ​ປີນ. ທ່ານ​ກ່າວ​ວ່າ, ຈະ​ບໍ່​ເວົ້າ​ເຖິງ "ຄະດີ​ອະນຸ​ຍາ​ໂຕ​ຕຸລາການ" ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຢ່າງ​ເດັດຂາດ.
ທ່ານ​ກ່າວ​ຕື່ມ​ວ່າ, ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຕົນ​ອາດ​ຈະ​ສະ​ເໜີ​​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້"

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 30 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນີລາ​ປະ​ເທດ​ຟີ​ລິບ​ປີນ​ແຕ່​ວັນ​ທີ 26 ຫາ 29 ​ເມສາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ