ທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟີລິບປີນກ່າວໃນວັນທີ 27 ເມສານີ້ວ່າ, ປະເທດຕົນຈະສືບຕໍ່ຮັກສາການສົນທະນາແລະປຶກສາຫາລືກັບຈີນກ່ຽວກັບບັນຫາທະເລຈີນໃຕ້, ເພາະວ່ານີ້ແມ່ນຊ່ອງທາງດີທີ່ຈະສຸດທີ່ແກ້ໄຂບັນຫາທະເລຈີນໃຕ້ໄດ້.
ທ່ານໂຣດຣີໂກ ດູເຕີເຕໄດ້ໃຫ້ສຳພາດຕໍ່ນັກຂ່າວຫຼັງພົບປະກັບສົມເດັດຊຸນຕານຮັດຊະນານ ໂບນເກຍ, ເຈົ້າຊີວິດບຣູໄນທີ່ກຳລັງຢ້ຽມຢາມຟີລິບປີນ. ທ່ານກ່າວວ່າ, ຈະບໍ່ເວົ້າເຖິງ "ຄະດີອະນຸຍາໂຕຕຸລາການ" ໃນໄລຍະຈັດກອງປະຊຸມສຸດຍອດອາຊຽນຢ່າງເດັດຂາດ.
ທ່ານກ່າວຕື່ມວ່າ, ໃນໄລຍະຈັດກອງປະຊຸມສຸດຍອດອາຊຽນຕົນອາດຈະສະເໜີເພື່ອປຶກສາຫາລືກ່ຽວກັບຮ່າງຂອບ "ກົດແຫ່ງການປະພຶດໃນທະເລຈີນໃຕ້"
ກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ໄດ້ຈັດຂຶ້ນຢູ່ນະຄອນຫຼວງມານີລາປະເທດຟີລິບປີນແຕ່ວັນທີ 26 ຫາ 29 ເມສານີ້.