ກະຊວງ​ສາທາລະນະ​ສຸ​ກຊຳ​ບີ​ມອບ​ໃບ​ຍ້ອງຍໍ​ໃຫ້​ໜ່ວຍ​ງານ​ແພດ​ໝໍ​ຈີນ
2017-04-28 11:55:59  cri 
ຕາມ​ຂ່າວ​ຈາກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ: ວັນ​ທີ 26 ​ເມສາ​ນີ້ ກະຊວງ​ສາທາລະນະ​ສຸກ​ຊຳ​ບີ​ໄດ້​ມອບ​ໃບ​ກຽດຕິຍົດ​ໃຫ້​ແກ່​ໜ່ວຍ​ງານ​ແພດ​ໝໍ​ຈີນ ​ຊຸດ​ທີ 18 ທີ່​ໄປ​ຊ່ວຍ​ເຫຼືອປະ​ເທດ​ຕົນ​ເພື່ອ​ຍ້ອງຍໍ​ໜ່ວຍ​ງານ​​ແພດ​ໝໍ​ຈີນ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສາທາລະນະ​ສຸກ​ຂອງ​ປະ​ເທດ​ຕົນ​ຕະຫຼອດ​ໄລຍະ​ເວລາ​ໜຶ່ງ​ປີ.
ທ່ານ​ເກນ​ເນ​ດີ ມາ​ລາມາ ​ໂຄສົກ​ກະຊວງ​ສາທາລະນະ​ສຸ​ກຊຳ​ບີ​ໄດ້ກ່າວ​ຂອບ​ໃຈຕໍ່​ການ​ປະຕິບັດ​ວຽກ​ງານ​ຂອງ​ໜ່ວຍ​ແພດໝໍ​​ໃນ​ໜຶ່ງ​ປີຜ່ານ​ມາ. ທ່ານ​ເວົ້າ​ວ່າ,ລະບົບ​ບົ່ງມະຕິ​ທາງ​ໄກ​ທີ່​ໜ່ວຍ​ແພດ​ໝໍ​ຈີນ​ສ້າງ​ຂຶ້ນ​ນັ້ນ​​ຖື​ໄດ້​ວ່າ​ເປັນຫຼັກໝາຍ​ທາງ​ຕໍ່​ການ​ຍົກ​ລະດັບ​ບໍລິການ​ປິ່ນປົວຂອງ​ປະ​ເທດ​ຕົນ​ໃຫ້​ສູງ​ຂຶ້ນ. ຂະນະ​ດຽວ​ກັນ,ຈີນ​ຍັງ​ໄດ້​ອົບຮົມ​ຊັບພະຍາກອນ​ມະນຸດ,ບໍລິຈາກ​ເຄື່ອງ​ຂອງ  ແລະ​ອຸປະກອນ​ປິ່ນປົວ​ໃຫ້​ປະ​ເທດ​ຕົນ,ຊຳ​ບີ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ຊຶ້ງ​ແລະ​ຫວັງ​ວ່າການ​ຮ່ວມ​ມື​ດ້ານ​ການ​ປິ່ນ​ປົວ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສາມາດ​ຂະຫຍາຍຕົວ​ຕໍ່​ໄປ.
ຈີນ​ໄດ້​ເລີ່​ມສົ່ງ​ໜ່ວຍ​ແພດ​ໝໍ​ໄປ​ຊຳ​ບີຕັ້ງ​ແຕ່​ປີ 1978 ທັງ​ໝົດ 18 ​ຊຸດ​ລວມ​ເຖິງ 487 ທ່ານແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ