ກຳມະກອນ​​ເຄື່ອນຍ້າຍ​ຈີນ​​ໄດ້​ເພີ່ມ​ຂຶ້ນ​ເປັນ 281 ລ້ານ 7 ​ແສນ 1 ໝື່ນ​ຄົນ
2017-04-29 14:56:12  cri 
ຕາມ​ຂ່າວສານ​ຊິນ​ຮວາ:ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 28 ​ເມສາ​ນີ້​ວ່າ,ຍອດ​ຈຳນວນ​ກຳມະກອນ​​ເຄື່ອນຍ້າຍ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນລຸ​ເຖິງ 281 ລ້ານ 7 ​ແສນ 1 ໝື່ນ​ຄົນ,ທຽບ​ໃສ່​ປີຜ່ານມາ​ໄດ້​ເພີ່ມ​ຂຶ້ນ 4 ລ້ານ 2 ​ແສນ 4 ໝື່ນ​ຄົນຄື​ເພີ່ມ​ຂຶ້ນ 1,5%,ຈັງຫວະ​ການ​ເພີ່ມ​ຂຶ້ນ​ໄວ​ກວ່າ​ປີ​ກ່ອນ 0,2 ຈຸດ.
ບົດ​ລາຍ​ງານ​ການ​ສຳ​ຫຼວດກຳມະກອນ​ເຄື່ອນຍ້າຍ​ປີ 2016ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ເປີດ​ເຜີຍ​ໃນ​ວັນທີ 28 ​ເມສາ​ນີ້​ຊີ້​ໃຫ້​ເຫັນ​ວ່າ,​ກຳມະກອນທີ່​ເຄື່ອນຍ້າຍ​ຈາກ​ທ້ອງ​ຖິ່ນ​ຕົນ​ມີທັງ​ໝົດ 112 ລ້ານ 3 ​ແສນ 7 ໝື່ນ​ຄົນ,ຫຼາຍກວ່າ​ປີ​ກ່ອນ 3,4%,​ແລະຈັງຫວະ​ການ​ເພີ່ມ​ຂຶ້ນ​ໄວ​ກວ່າ​ປີ​ກ່ອນ 0,7 ຈຸດ.
ບົດ​ລາຍ​ງາ​ນລະບຸ​ວ່າ,ກຳມະກອນ​ເຄື່ອນ​ຍ້າຍ​ໝາຍ​ເຖິງ​ແຮງ​ງານ​ທີ່​ຍັງ​ມີສຳມະ​ໂນ​ຄົວ​​ຢູ່​ຊົນນະບົດ​​ແຕ່​ດຳ​ເນີນ​ວຽກ​ງານ​ບໍ່​ແມ່ນ​ກະສິກຳ​ຢູ່​ທ້ອງ​ຖິ່ນ​ຕົນ​ຫຼື​ໄປ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່​ແຫ່ງ​ຕ່າງໆ​ເອັນ​ເວລາ 6 ​ເດືອນຂຶ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ