ປະ​ຊາ​ຊົນ​ສ.ເກົາຫຼີ​ເກືອບ​ຮ້ອຍ​ຄົນ​ອົດ​ອາ​ຫານ​ເພື່ອ​ປະ​ທ້ວງ​ການ​ຕິດ​ຕັ້ງ​ລະ​ບົບ​ທັດ
2017-04-28 16:29:58  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 27 ເມ​ສານີ້, ບຸກ​ຄົນ​ວົງ​ການ​ສາ​ສະ​ໜາ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ພ້ອມ​ດ້ວຍ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ຂອງ​ສ.ເກົາຫຼີເກືອບ​ຮ້ອຍ​ຄົນ ໄດ້​ເຕົ້າ​ໂຮມ​ກັນ​ນັ່ງ​ມິດ​ງຽບ​ແລະອົດ​ອາ​ຫານຢູ່​ສະ​ໜາມຫຼວງກວງ​ຮ​ວາ​ມູນ​ນະ​ຄອນຫຼວງ​ເຊ​ອຸນ ເພື່ອ​ປະ​ທ້ວງ​ສ.ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ຕິ​ດ​ຕັ້ງ​ລະ​ບົບ​ທັດ ຫຼື thaad ​ເພື່ອ​ຕໍ່​ຕ້ານ​ຂີ​ປະ​ນາ​ວຸດ​ຢູ່​ເມືອງ​ຊິງ​ຈູ.

    ຜູ້​ຮັບ​ຜິດ​ຊອບ​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວ​ກ່າວ​ວ່າ, ກິດ​ຈະ​ກຳ​ຄັ້ງ​ນີ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເລີ່ມ​ຕົ້ນ​ຂອງ​ຂະ​ບວນ​ການ​ຕໍ່​ຕ້ານ​ລະ​ບົບ​ທັດ​ຮອບ​ໃໝ່ ແລະ​ຈະ​ບໍ່​ຍອມ​ຮັບ​ຕໍ່​ການ​ຕິດ​ຕັ້ງ​ລະ​ບົບ​ທັດ​ຢ່າງເດັດ​ຂາດ. ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ​ທັດ​ຂົນ​ສົ່ງ​ເຖິງ​ບ່ອນ​ຕິດ​ຕັ້ງ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແລະ​ປະ​ຊາ​ຊົນ​ສ.ເກົາຫຼີ. ຈຸດ​ປະ​ສົງ​ຂອງ​ກິດ​ຈະ​ກຳ​ຄັ້ງ​ນີ້ ກໍ​ເພື່ອ​​ສະ​ແດງ​ພະ​ລັງ​ຄວາມສາ​ມັກ​ຄີ​​ຂອງ​ປະ​ຊາ​ຊົນ ເລີ່ມ​ການ​ຕໍ່​ສູ້​ໃໝ່​ເພື່ອ​ຂັບ​ໄລ່​ລະ​ບົບ​ທັດ​ອອກຈາກ​ປະ​ເທດ​ຕົນ.

    ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 26 ເມ​ສານີ້, ພາຍ​ໃຕ້​ການ​ປ້ອງກັນ​ຈາກ​ຕຳຫຼວດຫຼາຍ​ພັນ​ຄົນ, ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ​ທັດ​ໄດ້​ຂົນ​ສົ່ງ​ເຖິງ​ສະ​ໜາມ​ກອ໋ບ​ຟ​ເມືອງ​ຊິງ​ໂຈ​ແລ້ວ. ໃນ​ຂະ​​ນະ​ດຽວ​ກັນ, ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແລະ​ບຸກ​ຄົນ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ທີ່​ຕ້ານ​ລະ​ບົບ​ທັດ ໄດ້​ປະ​ທະ​​ກັບ​ຕຳຫຼວດ ສົ່ງ​ຜົນເຮັດ​ໃຫ້ 6 ຄົນ​ບາດ​ເຈັບ​ແລະ​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ