ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວ​ຽດ​ນາມຈະ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ເອ​ກະ​ຊົນ
2017-04-28 16:38:42  cri 
    ຫວ່າງມໍ່ໆ​ມານີ້, ທ່ານ ຫງວຽນ​ວັນ​ບິງ ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ເປີດ​ເຜີຍ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ເອ​ກະ​ຊົນ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ຫວຽດ​ນາມ​ວ່າ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 5 ຊຸດ​ທີ 12 ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ໜ້ານີ້ ຈະ​ຮັບ​ຮອງ​ມະ​ຕິ "ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ໃຫ້​ເປັນ​ກຳ​ລັງ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ຕະຫຼາດ​ເພື່ອກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ".

    ປັດ​ຈຸ​ບັນ, ເສດ​ຖະ​ກິດ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ ຍັງ​ຖື​ເອົາ​ເສດ​ຖະ​ກິດ​ແບບ​ຄອບ​ຄົວ​, ເຊິ່ງ​ມີ​ຂະ​ໜາດ​ນ້ອຍ, ເຕັກ​ນິກຫຼ້າຫຼັງ, ຂາດ​ເຂີນ​ເງິນ​ທຶນ, ປະ​ສິດ​ທິ​ຜົນ​ແລະລະ​ດັບ​ການ​ຄຸ້ມ​ຄອງ​ຍັງ​ຕ່ຳ, ອັດ​ຕາ​ຂາດ​ທຶນ​ແລະ​ລົ້ມ​ລະ​ລາຍ ກໍ​ເພີ່ມ​ຂຶ້ນ​ນຳ​ທຸກປີ, ມູນ​ຄ່າ​ການ​ຜະ​ລິດ​ກໍຫຼຸດ​ລົງ​ໃນຫຼາຍ​ປີ​ຕິດ​ຕໍ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ