ງານ​ວາງ​ສະ​ແດງ​ການ​ສຶກ​ສາ​ຊັ້ນ​ສູງ​ຈີນ​ຄັ້ງ​ທີ​ສາມຈັດ​ຂຶ້ນ​ຢູ່​ມານ​ເດີ​ເລ​ປະ​ເທດ​ມຽນ​ມາ
2017-04-28 16:41:01  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ງານ​ວາງ​ສະ​ແດງ​ກາ​ນ​ສຶກ​ສາ​ຊັ້ນ​ສູງ​ຈີນ​ຄັ້ງ​ທີ​ສາມ​ຂອງ​ມຽນ​ມາ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ມາ​ເດີ​ເລ​ໃນ​ວັນ​ທີ 27 ເມ​ສານີ້ ໂດຍທ່ານ ໂປ​ມິນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ແຂວງ​ມານ​ເດີ​ເລ, ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ ແລະ​ໂຮງ​ຮຽນ​ຊາວ​ຈີນ​ຕ່າງໆ ພ້ອມ​ດ້ວຍ​ຄູ​ອາ​ຈານ​ແລະ​ນັກ​ຮຽນ​ນັກ​ສຶກ​ສາ​ຫ້ອງ​ຮຽນ​ຂົງ​ຈື້​ລວມ 200 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.

    ທ່ານ ໂປ​ມິນ ກ່າວ​ວ່າ, ສະ​ມາ​ຄົມ​ມິດ​ຕະ​ພາບ​ມຽນ​ມາ-ຈີນ ຖື​ການ​ເຜີຍ​ແຜ່​ພາ​ສາ​ຈີນ​ຢູ່ມຽນ​ມາ​ເປັນ​ໜ້າ​ທີ່​ຂອ​ງ​ຕົນ, ປັດ​ຈຸ​ບັນ ພາ​ສາ​ຈີນ​ໄດ້​ເຂົ້າ​ສູ່​ໂຮງ​ຮຽນ​ວັດ, ໂຮງ​ຮຽນ​ເອ​ກະ​ຊົນ, ໂຮງ​ຮຽນ​ວິ​ຊາ​ຊີບ ຕະຫຼອດ​ຮອດ​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ມຽນ​ມາ. ​ໃນຕໍ່​​ໜ້າ, ສະ​ມາ​ຄົມ​ຕົນ​ຈະ​ພະ​ຍາ​ຍາມ​ຫຼາຍ​ທີ່​ສຸດ​ເພື່ອເຜີຍ​ແຜ່​ພາ​ສາ​ຈີນ ​ແລະ​ປະ​ກອ​ບ​ສ່ວນ​ເພື່ອ​ມິດ​ຕະ​ພາບ​ສອງ​ປະ​ເທດ.

    ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ມີ ມະ​ຫາ​ວິ​ທະ​ຍາ​ໄລ​ຊຽງ​ໄຮ, ມະ​ຫາ​ວິ​ທະ​ຍາ​ໄລ​ຕົ່ງ​ຮ​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ພະ​ລັງ​ງານ​ໄຟ​ຟ້າ​ຊຽງ​ໄຮ, ມະ​ຫາ​ວິ​ທະ​ຍາ​ໄລ​ທະ​ເລ​ຊຽງ​ໄຮ, ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ເຈີ້​ຈ່ຽງ, ມະ​ຫາ​ວິ​ທະ​ຍາ​ໄລ​ຮູ​ເປີຍ, ມະ​ຫາ​ວິ​ທະ​ຍາ​ໄລ​ຢູນ​ນານ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ