ຈີນ​ມີ​ຈຸດ​ຢືນ​ຊຸກຍູ້​​​ໃຫ້​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ​ໂດຍ​ໄວ
2017-04-29 14:57:00  cri 
ວັນ​ທີ 28 ​ເມສາ​ນີ້ ທ່ານ​ຫວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼງຕໍ່​ສື່​ມວນ​ຊົນ​ກ່ອນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ເມືອງ​ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ​ໂດຍຢືນຢັນ​ວ່າ ສະຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປັດຈຸ​ບັນ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ​ທີ່​ສຸດ​​​ເຖິງ​ຂັ້ນ​ທີ່​ຈະ​ເກີດ​ສົງຄາມ​ໄດ້​​ໃນທຸກ​ເວລາ. ສະ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ນີ້​​ແມ່ນມີ​ຄວາມ​ຈຳ​ເປັນທີ່​ສຸດ​.

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ,ຈີນ​ມີ​ຈຸດ​ຢືນ​ທີ່​ຈະ​ແຈ້ງ​​​ມາ​ໂດຍ​ຕະຫຼອດ​ຄື​ໜຶ່ງ​​ບັນລຸໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄລຍ, ປົກ​ປ້ອງ​ລະບົບ​ບໍ່​ແຜ່ຂະຫຍາຍອາວຸດ​ນິວ​ເ​ຄລຍສາກົນ, ສອງ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ບໍ່​ອະນຸຍາດ​ໃຫ້​ແຫຼ​ມ​ເກົາຫຼີ​ເກີດ​ສົງຄາມ​ແລະຄວາມ​ວຸ້ນວາຍຂຶ້ນ. ດ້ວຍ​ເຫດ​ນີ້, ມີ​ພຽງ​ແຕ່​ການ​ເຈລະຈາ​ແລະ​ສັນຕິ​ວິທີເທົ່າ​ນັ້ນ​ຈິ່ງ​ເປັນ​ທາງ​ເລືອກ​ທີ່​ຖືກຕ້ອງ​​ແລະ​ສາມາດ​ປະຕິບັດ​ໄດ້ພຽງ​ໜຶ່ງ​ດຽວ​​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​​ແຫຼມ​ເກົາຫຼີ.

ທ່ານ​ຫວາງ​ຢີ້ຢືນຢັນ​ວ່າ: ​ເນື່ອງ​ຈາກ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນ, ຈີນ​ເຫັນ​ວ່າ​ຕ້ອງ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ບໍ່​ແຜ່ຂະຫຍາຍອາວຸດ​ນິວ​ເຄລຍ​ແລະສົ່ງ​ເສີມ​ການ​ເຈລະຈາ​ສັນຕິພາບ ​​ໂດຍ​ຜ່ານ​ຈາກ​ການ​ເພີ່ມ​ທະວີ​ວຽກ​ງານ​ທັງ​ສອງ​ດ້ານ​ດັ່ງກ່າວ​ຈິ່ງຊຸກຍູ້​ໃຫ້ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ