ລັດຖະສະພາອາ​ເມ​ລິ​ກາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ສັນ​ງົບປະມານ​ຊົ່ວຄາວ​ເພື່ອ​ຫຼີກເວັ້ນບໍ່​ໃຫ້​ລັດຖະບານສະຫະລັດ​ປິດ​ບໍລິການ
2017-04-29 15:03:14  cri 
ວັນ​ທີ 28 ​ເມສາ​ນີ້, ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ສັນ​ງົບປະມານ​ຊົ່ວຄາວ​ເປັນ​ເວລາ​ພຽງ 1 ອາທິດ ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ລັດຖະບານສະຫະລັດ​ປິດ​ບໍລິການ ຂະນະ​ທີ່​ສະພາ​ຕ່ຳ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ​ແລ້ວ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ​ເຊິ່ງ​ໝາຍ​ຄວາມ​ວ່າ​​ເມື່ອ​ຍື່ນ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ໃຫ້​ທ່ານ​ໂດ​ນັນທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ລົງ​ນາມ​ແລ້ວ​ກໍ​ຈະ​ເກີດ​ຜົນ​ສັກສິດ​ທັນທີ.

ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​​ຮັບປະກັນ​ໃຫ້​ພາກສ່ວນ​ຕ່າງໆ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາສາມາດດຳ​ເນີນ​ງານ​ເຮັດ​ວຽກ​ຕາມ​ປົກກະຕິ​ໄດ້​ສະ​ເພາະ​ແຕ່​ວັນ​ທີ 28 ​ເມສາ​ຫາ​ວັນ​ທີ 5 ພຶດສະພາ 2017 ​ເທົ່າ​ນັ້ນ.

ງົບປະມານ​ລັດຖະບານສະຫະລັດ​ເປັນ​ຈຸດ​ສຸມ​ແຂ່ງຂັນ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ພັກ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາມາ​ໂດຍ​ຕະຫຼອດ. ​ເດືອນ​ຕຸລາ​ປີ 2013, ການ​ແຂ່ງຂັນ​ທາງ​ການ​ເມືອງ​ກ່ຽວ​ກັບ​ແຜນ​ງົບປະມານ​ລະຫວ່າງ​ສອງ​ພັກ​ເຄີຍ​ເຮັດ​ໃຫ້​ບາງ​ພາກສ່ວນຂອງ​ລັດຖະບານ​ສະຫະລັດອາ​ເມ​ລິ​ກາ​ຈຳ​ຕ້ອງ​ປິດ​ບໍລິການ​ເປັນ​ເວລາ 16 ວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ