ເຈົ້າ​ໜ້າ​ທີ່​ຈີນ​ເນັ້ນ​ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ​ຂອງ​ການ​ສຶກສາ​ຊັ້ນ​ສູງຂອງອາຊີ
2017-04-29 15:20:34  cri 
ພິທີ​ສ້າງ​ຕັ້ງ​ສະຫະພັນ​ມະຫາວິທະຍາ​ໄລ​ອາຊີ​ແລະ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 29 ​ເມສາ​ນີ້ ​ແລະ​ທ່ານ​ນາງ​ຫຼິວຢຽນຕຸ່ງ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ກ່າວປາ​ໄສ​ໃນ​ພິທີ​ດັ່ງກ່າວ​ໂດຍ​ຊີ້​​ໃຫ້​ເຫັນ​ວ່າ: ການ​ສ້າງ​ຕັ້ງ​ສະຫະພັນ​ມະຫາວິທະຍາ​ໄລ​ອາຊີ​ມີ​ຄວາມ​ໝາຍ​ສັນຍາ​ລັກ​ໃນ​ການລົງ​ເລິກການ​ຮ່ວມ​ມື​ພາກ​ພື້ນ, ​ເປັນ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ທັດສະນະ​ຂອງປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະນຸດ ທັງ​ຈະ​ເກີດ​ຜົນ​ສະທ້ອນ​ສຳຄັນ​ຕໍ່​ການ​ຊຸກຍູ້​ພາກ​ພື້ນ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ.

ນາງ​ຫຼິວຢຽນຕຸ່ງຫວັງ​ວ່າ ສະຫະພັນ​ມະຫາວິທະຍາ​ໄລ​ອາຊີ​ຈະ​ກາຍ​ເປັນ​ເວທີ​​ແຫ່ງ​ການໂຮມ​ສູນ​ທັດສະນະ​ຄະຕິແລະຊັບພະຍາກອນ​ການ​ສຶກສາ, ​​ເປັນ​ເວທີທີ່​ປະສານ​ການ​ຄົ້ນຄວ້າດ້ານ​ວິທະຍາສາດ, ​ເປັນ​ເວທີ​ແຫ່ງ​ການ​ແລກປ່ຽນ​ທີ່​ດີ​ລະຫວ່າງ​ວົງ​ການ​ວິຊາ​ການ,ລັດຖະບານ​ກັບ​ວິ​ສາ​ຫະກິດ, ​ເປັນ​ເວທີທີ່​ສະ​ແດງ​ໃຫ້​ເຫັນ​ອະລິ​ຍະ​ທຳ​ທີ່​ມີຫຼາກ​ຫຼາຍ​ສີສັນ​ແລະ​ເປັນ​ເວທີ​​ແລກປ່ຽນ​​ແລະຮ່ວມ​ມື​ສາກົນ.

ສະມາຊິກ​ກໍ່​ຕັ້ງ​ສະຫະພັນ​ມະຫາວິທະຍາ​ໄລ​ອາຊີ​ປະກອບ​ດ້ວຍ​ມະຫາວິທະຍາ​ໂດດ​ເດັ່ນ 15 ​ແຫ່ງ​ຈາກ 14 ປະ​ເທດ​ແລະ​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ