ພົບ​ປະກັນ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-​ອາ​ເມ​ລິ​ກາ
2017-04-29 15:18:36  cri 

ຕາມ​ຂ່າວ CRI: ວັນ​ທີ 28 ​ເມສານີ້ ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ​ຂອງ​ສະພາ​ຄວາມໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນິວຢອກ​​ແຫ່ງ​ອາ​ເມ​ລິ​ກາ, ທ່ານ​ຫວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ສ ທິ​ເລີ​ຊົນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ.

​    ໃນ​ການ​ພົບ​ປະ, ທ່ານ​ຫວາງຢີ້​ກ່າວ​ວ່າ, ການ​ຕິດ​ຕໍ່​ພົວພັນ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ ຈະ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການຊຸກຍູ້ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຈີນ-​ອາ​ເມ​ລິ​ກາ​ໄດ້​ສ້າງ​ກົນ​ໄກ​ສົນທະນາ​ລະດັບ​ສູງ 4 ກົນ​ໄກ​ອອກ​ມາ​ແລ້ວ ສອງ​ຝ່າຍ​ຄວນ​ຊຸກຍູ້​ໃຫ້​ກົນ​ໄກ​ເຫຼົ່າ​ນີ້​ກ້າວ​ໄປ​ໜ້າ​ໂດຍ​ໄວ ​ເພື່ອ​ໃຫ້​ບັນລຸຄວາມ​ເປັນ​ເອກະ​ພາບ​ກັນ​ຫຼາຍ​ກວ່າ​ເກົ່າ, ຄວບ​ຄຸມ​ຄວາມ​​ເຫັນ​ທີ່​ຂັດ​ແຍ້​ງກັນ, ຮັບປະກັນ​ໃຫ້ກາ​ນພົວພັນ​ລະຫວ່າງ​ຈີນ-​ອ​ເມ​ລິ​ກາ​ໄດ້​ຮັບ​ກາ​ນພັດທະນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ໃນ​ໄລຍະ​ໃໝ່.

ທ່ານ​ທິ​ເລີ​ຊົນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄອງ​ຄອຍ​ດຳ​ເນີນ​ການ​ສົນທະນາ​ລະດັບ​ສູງ​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ ​ແລະ​ຮ່ວມ​ມື​ກັນ ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ.

ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນ​ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍອັນ​ໜຶ່ງ, ​ລ້ວນ​ແຕ່​ກ່າວ​ຢ້ຳ​ເຖິງ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄລຍ, ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ສະພາຄວາມໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ຍຶດໝັ້ນ​ຈະ​ແກ້​ໄຂ​ບັນຫານີ້​ດ້ວຍ​ສັນຕິ​ວິທີ ​ແລະ​ປຶກສາ​ຫາລື​ກັນ ​ເພື່ອ​ແກ້​ໄຂ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາຫຼີ​ໃນປັດຈຸບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ