ກາ​ນພັດທະນາ 50 ປີ​ຂອງ​ອາ​ຊຽນຖື​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​​ໂລກາ​ພິວັດ​ແລະ​ການ​ຫັນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພາກ​ພື້ນ
2017-04-29 15:21:33  cri 

ວັນ​ທີ 29 ​ເມສາ​ນີ້ ຜູ້ນຳ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຕົ້າ​​ໂຮມ​ກັນ​ຢູ່​ທີ່​ນະຄອນຫຼວງ​ມາ​ນີລາ​ຂອງ​ຟິລິບ​ປິນ ​ທີ່ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນປີ​ນີ້ ​​ເຊິ່ງປີ​ນີ້ ທີ່​ປະຊຸມ​ແມ່ນ​ມີ​ບັນຍາກາດ​ທີ່​ຄຶກຄື້ນ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ ​ເພາະວ່າ ປີ​ນີ້​ເປັນ​ການ​ຄົບຮອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນຂຶ້ນ. ​​ເມື່ອ​ເຄິ່ງສັດຕະວັດ​ກ່ອນ 5 ປະ​ເທດ ຄື ​ໄທ ອິນ​ໂດ​ເນ​ເຊຍ ສິງກະ​ໂປ ຟິລິບ​ປິນ ​ແລະ​ມາ​ເລ​ເຊຍ​ໄດ້​ປະກາດ "ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະ​ມາ​ຄົມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້" ຢູ່​ທີ່​ນະຄອນຫຼວງ​ບາງກອກ​​ແຫ່ງ​ປະ​ເທດ​ໄທ ອັນ​ເປັນ​ການ​ກຳ​ເນີ​ດຂອງອາ​ຊຽນ.

​    ໃນ​ຕະຫຼອດ​ໄລຍະ 50 ປີ​ນີ້ ອາ​ຊຽນ​ໃນ​ຖານະ​ເປັນ​ອົງກາ​ນຈັດ​ຕັ້ງ​ພາກ​ພື້ນ​ແຫ່ງ​ໜຶ່ງ​ໄດ້​​ເຕີບ​ໃຫຍ່​ຂະຫຍາຍຕົວ​ອອກ​​ເລື້ອຍໆ, ມີ​ປະຊາກອນ​ທັງ​ໝົດ 640 ລ້ານ​ຄົນ, ລວມຍອດ​​ເສດຖະກິດ​ເກືອບ​​ເຖິງ 3 ພັນ​ຕື້​ໂດ​ລາ​ສະສະ​ລັດ, ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 7 ​ໃນ​ໂລກ. ທ້າຍ​ປີ 2015 ອາ​ຊຽນ​ໄດ້​ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ. ​ອາ​ຊຽນ​ໃນ​ຖານະ​ເປັນ​ອົງ​ກອນ​ໜຶ່ງ ​ໄດ້​ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ດ້ວຍ​ຈັງຫວັດສະ​ເລ່ຍ 5% ຂຶ້ນ​ໄປ​ໃນ​ເວລາ 10 ກວ່າ​ປີ​ທີ່​ຜ່ານ​ມາ, ກາຍ​ເປັນສ່ວນ​ປະກອບ​ທີ່​ສຳຄັນ​ຂອງ​ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່ ​ແລະ​ເປັນໜຶ່ງ​ທີ່​ມີການ​ເຕີບ​ໂຕ​ທາງ​ເສດຖະກິດ​ໄວ​ທີ່​ສຸດ​ໃນ​ໂລກ. ​ແຕ່​ວ່າ​ລະດັບ​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ຍັງ​ອ່າວ​ຫຼ້າ​ຫຼັງ, ລະດັບ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດສະມາຊິກ​ຍັງ​ແຕກ​ໂຕນ​ກັນ​ຫຼາຍ ​ອັນ​ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ທີ່​​ໃຫຍ່​ທີ່​ສຸດ​ສຳລັບ​ການພັດທະນາ​ຂອງ​ອາ​ຊຽນ.

ຜູ້ນຳ​ບັນດາ​ປະ​ເ​ທດອາ​ຊຽນ​ເຄີຍ​ກ່າວ​ໄວ້​ຫຼາຍ​ເທື່ອ​ໃນ​ສະຖານ​ທີ່​ທີ່​ຕ່າງ​ກັນ​ວ່າ ການ​ທີ່​ສືບ​ຕໍ່​ຊຸກຍູ້​ການ​ຫັນ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໂລກາ​ພິວັດ, ​ເຊິ່ງລວມທັງ​ໃຫ້ການ​ພັດທະນາ​ຂອງ​ຕົນ​ເອງ​ເຊື່​ອມຈອດ​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ" ຈິ່ງ​ສາມາດ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ອາ​ຊຽນ​ໃນ​ອະນາຄົດ​ໄດ້​ຮັບ​ພະລັງ​ແມ່​ແຮງ​ຢ່າງ​ຕໍ່​ເນຶ່ອງ​ໄດ້ ​ເຊິ່ງກໍ່​​ແທດ​ເໝາະ​ກັບ​ຫົວ​ຂໍ້ຫຼັກຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນປີ​ນີ້​ຄື: ຮ່ວມ​ມື​ເພື່ອ​ການ​ປ່ຽນ​ແປງ ຜູກ​ພັນ​ກັບ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ