ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ: "ໜື່ງແລວທາງ ໜື່ງເສັ້ນທາງ"ຊຸກ​ຍູ້​ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ລົງ​ສູ່​ລວງ​ເລິກ
2017-04-29 15:40:35  cri 


(ທ່ານຄຳມະນີ ອິນທິລາດ ໃຫ້ສຳພາດຕໍ່ນັກຂ່າວ CRI)


ໃນ​ເວລາ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ CRI​ ​ແລະສື່​ມວນ​ຊົນ​ຈີນອື່ນໆ ​ໃນ​ວັນ​ທີ 28 ນີ້, ທ່ານຄຳມະນີ ອິນທິລາດ ກຳມະການສູນກາງພັກ,
ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ປະທານສະມາຄົມມິດຕະພາບລາວ-ຈີ ຂັ້ນສູນກາງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້​ລິ​ເລີ່​ມ"ໜື່ງແລວທາງ
ໜື່ງເສັ້ນທາງ"ຂອງ​ຈີນ​.ທ່ານ​ເຫັນ​ວ່າ​ຂໍ້​ລິ​ເລີ່​ມດັ່ງກ່າວ​ມີຄວາມ​ໝາຍ​ອັນ​ສໍາຄັນໃນ​ການຊຸກ​ຍູ້​ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ລົງ​ສູ່​ລວງ​ເລິກ.

ທ່ານ​ກ່າວ​ວ່າ,ສອງພັກສອງລັດຂອງລາວ ​ແລະ ຈີນ ເຫັນດີເປັນເອກະພາບກັນ ໃນການຮ່ວມມືພັດທະນາ ແລະ ມີຜົນປະໂຫຍດຮ່ວມກັນ
ຕາມຍຸດທະສາດ "ໜື່ງແລວ ທາງໜື່ງເສັ້ນທາງ" ພາຍໃຕ້າຫຼັກການຮ່ວມກັນປຶກສາ, ຮ່ວມກັນກໍ່ສ້າງ ແລະ ຮ່ວມກັນຊົມໃຊ້. ​ຂໍ້ລິ​ເລີ່​ມ
"ໜື່ງແລວທາງໜື່ງເສັ້ນທາງ" ທີ່ທ່ານສີຈິນຜິງ, ປະທານປະເທດຈີນໄດ້ວາງອອກໃນປີ 2013 ຜ່ານມານີ້ ເປັນຈຸດເລີ່ມຕົ້ນ ທີ່ມີຄວາມ
ໝາຍສຳຄັນທີ່ຂາດບໍ່ໄດ້ເຂົ້າໃນການຂະຫຍາຍ ແລະ ລົງເລິກຮ່ວມມືໃນຫຼາຍຂົງເຂດລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະ
ເພາະແມ່ນຂົງເຂດການລົງທຶນ, ອຸດສາຫະກຳການຜະລິດ, ການຄ້າ, ການເງິນ, ວັດທະນະທຳສັງຄົມ, ການເຊື່ອມໂຍງທາງດ້ານນະໂຍບາຍ,
ພື້ນຖານໂຄງລ່າງ ແລະ ອື່ນໆ.

ຜູ້​ນໍາ​ປະ​ເທດ​ລາວ​ຈະ​ເຂົ້າ​ຮ່ວມກອງ​ປະຊຸມເວ​ທິປຶກສາ​ຫາລື​ສຸດ​ຍອດ​ "ໜື່ງແລວ ທາງໜື່ງເສັ້ນທາງ"​ເພື່ອ​ການ​ຮ່ວມ​ມື​ສາກົນ​ທີ່ຈະ​ຈັດ​ຂຶ້ນ
​ຢູ່​ນະຄອນຫຼວງ​ປັກ​ກິ່ງໃນ​ກາງ​ເດືອນ​ພຶດສະພານີ້, ທ່ານ​ຄໍາ​ມະນີ ອິນ​ທິລາດ​ຫວັງ​ວ່າຈະ​ນໍາ​ເອົາ​ທິດ​ສະ​ດີ​ແລະ​ຫລັກການ​ຂອງ"ໜື່ງແລວ
ທາງໜື່ງເສັ້ນທາງ"​ເຂົ້າ​ໃນ​ພາລະກິດ​ຕ່າງໆ​ຂອງ​ສອງ​ປະ​ເທດ.ທ່ານ​ກ່າວ​ວ່າ:ໃນອານາຄົດອັນໃກ້ນີ້ສອງພັກສອງລັດ ລາວ ແລະ ຈີນ
ຈະໄດ້ປະຕິບັດ 3 ຫຼັກການພື້ນຖານຄື: ຫຼັກການທີ 1: ຮ່ວມມື, ຮ່ວມສ້າງແລະ ຮ່ວມຮັບຜົນປະໂຫຍດ, ອີງຕາມຈິດໃຈຂອງເສັ້ນທາງສາຍ
ໄໝທີ່ວ່າ:"ຮ່ວມມືຢ່າງ ສັນຕິ, ເປີດກວ້າງ, ແລກປ່ຽນຮຽນຮູ້ນຳກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ" ຢືດໝັ້ນການຮ່ວມປຶກສາສ້າງ
ແຜນ, ຮ່ວມສ້າງກົນໄກ ແລະ ຮ່ວມສ້າງຊົມໃຊ້ຜົນປະ ໂຫຍດ.ຫຼັກການທີ່ 2: ຮ່ວມມືເປັນຮູບປະທໍາ, ເນັ້ນໜັກສິດທິຜົນ,ນໍາໃຊ້ກົນໄກການ
ຮ່ວມມືສອງຝ່າຍທີ່ມີຢູ່ ແລະ ກົນໄກການຮ່ວມມືຫຼາຍຝ່າຍທີ່ສອງປະເທດມີສ່ວນຮ່ວມ ໃຫ້ໄດ້ຢ່າງເຕັມສ່ວນ, ອີງໃສ່ທ່າແຮງ ແລະ ຄວາມ
ຕ້ອງການໃນການພັດທະນາຂອງສອງຝ່າຍ, ຖືເອົາໂຄງການຮ່ວມມືສອງຝ່າຍເປັນຫຼັກ ເພື່ອພ້ອມກັນກັບການຮ່ວມມື ກັບປະເທດທີ່ສາມໂດຍ
ມີຈຸດສຸມໃຫ້ສາມາດນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນລາວ-ຈີນ.ຫຼັກການທີ 3: ລັດຖະບານສົ່ງເສີມ, ຕະຫຼາດຕັດສິນ.ເສີມຂະ
ຫຍາຍ ບົດບາດຂອງເວທີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດໃນຫຼາຍລະດັບ ແລະ ຫຼາຍຂົງເຂດ, ຂະຫຍາຍການຮ່ວມມື
ຫຼາຍຮູບການໄປພ້ອມກັນເຊັ່ນ:ການຮ່ວມມື ລະຫວ່າງລັດຖະບານ ແລະ ການຮ່ວມມືໃນກົນໄກຕະຫຼາດ, ຖືປະເພນີການປະ ຕິບັດຂອງສາ
ກົນ, ແນວໂນ້ມຂອງຕະຫຼາດ, ຫຼັກການວິຊາສະເພາະ ແລະ ຮ່ວມກັນຊຸກຢູ້ການຈັດຕັ້ງປະຕິບັດໂຄງການຕ່າງຕ່າງໆ.

ປີ​ນີ້​ແມ່ນ​ຖືກ​ກັບສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 56 ປີ,ທ່ານ​ຄໍາ​ມະນີ ອິນ​ທິລາດ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ລະຫວ່າງ
​ສອງ​ຝ່າຍ,ກ່າວ​ວ່າ​:ສປປ ລາວ ແລະ ສປ ຈີນແມ່ນສອງປະເທດທີ່ມີຊາຍແດນຕິດຈອດກັນດ້ວຍ ສາຍພູ ແລະ ແມ່ນ້ຳລຳເຊ, ປະຊາຊົນ
ສອງຊາດມີມູນເຊື້ອສາຍພົວພັນມິດຕະພາບ ແລະ ປອງດອງມາຕັ້ງແຕ່ບູຮານໃນເມື່ອກ່ອນ. ສອງປະເທດລາວ-ຈີນໄດ້ສ້າງສາຍ ພົວພັນ
ທາງການທູດນະກັນ ໃນວັນທີ 25 ເມສາ 1961, ດ້ວຍເຫດນີ້ ສອງປະເທດ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊຶ້ອຮັກແພງ
ສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ, ແລະ ນ້ຳໃຈມິດຕະພາບນັລມື້ນັບເພີ່ມທະວີ, ເຊິ່ງສະແດງໃຫ້ເຫັນ ຢ່າງຈະແຈ້ງການເພີ່ມທະວີການ
ຢ້ຽມຢາມ, ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ຖອດຖອນບົດຮຽນໃນທຸກດ້ານນຳກັນເປັນປະຈຳ ຂອງຜູ້ນຳສອງພັກ ແລະ ລັດ,
ມີການຂະຫຍາຍສາຍພົວພັນມິດຕະພາບ ແລະ ຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ, ການສຶກສາ ແລະ
ວັດທະນາທຳ ບົນພື້ນຖານຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຮັດໃຫ້ການພົວ ພັນມິດຕະພາບອັນເປັນມູນເຊື້ອ
ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງພັກສອງປະເທດ ແລະ ປະຊາຊົນສອງຊາດລາວ-ຈີນ ຕາມທິດ 4 ດີ, ຄື:ເພື່ອນ
ບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ນັບມື້ໄດ້ຮັບ ການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ