OPCWຮຽກຮ້ອງ​​ໃຫ້​ສືບ​ຕໍ່ທຳ​ຄວາມ​ພະຍາຍາມ​ເພື່ອ​ຍົກ​ເລີກ​​ການຂົ່ມ​ຂູ່​ຈາກອາວຸດ​ເຄມີ​ຢ່າງ​ເຖິງ​ຖອງ
2017-04-29 15:39:47  cri 

ວັນ​ທີ 28 ​ເມສາ​ນີ້, ທ່ານ​ເອຮະ​ເມັດ ອຶມຊູ​ສູ ຜູ້ອຳນວຍການ​ໃຫຍ່ອົງການ​ເກືອດ​ຫ້ອມ​ອາວຸດ​ເຄມີ ຫຼື OPCW ຊີ້​ອອກ​ວ່າ,ນັບ​ແຕ່​ໄດ້ເຊັນ"ສົນທິສັນຍາ​​ເກືອດຫ້າມ​ອາວຸດ​ເຄມີ" ກໍ​ຄື​ ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ ສ້າງ​ຕັ້ງ​ຂຶ້ນ​​ໃນ​ຮອບ 20 ປີ​ມາ​ນີ້, ປະຊາ​ຄົມ​ໂລກ​ໄດ້​ຮັບ​ຜົນ​ງານ​ທີ່​ພົ້ນ​ເດັ່ນໃນ​​ດ້ານ​ການຍົກ​ເລີກອາວຸດ​ເມ​ມີ​ຢ່າງ​ເຖິງ​ຖອງ, ​ແຕ່​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້​, ​ໄດ້​ເກີດເຫດການ​ໃຊ້​ອາວຸດ​ເຄມີ​ຂຶ້ນ​​ເລື້ອຍໆ, ຜູ້​ຫົວ​ຮຸນ​ແຮງ​ຍັງ​ອາດ​ຈະ​ກໍ່ "ການ​ໂຈມ​ຕີດ້ວຍ​ອາວຸດ​ເຄມີ".ສະ​ນັ້ນ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ປ້ອງ​ກັນ ຮັບ​ມື​ຢ່າງ​ບັງ​ເກີດ​ຜົນ ​ແລະ ຍົກ​ເລີກການ​ຂົ່ມ​ຂູ່​ຈາກອາວຸດ​ເຄມີ​ຢ່າງ​ເຖິງ​ຖອງ​ໃນ​ທີ່​ສຸດ​.

ມື້​ດຽວ​ກັນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານອຶ​ມຊູ​ສູກ່າວ​ວ່າ,ປັດຈຸບັນ​ໄດ້​ມີ 192 ປະ​ເທດລົງ​ນາມ​ໃນ "ສົນທິສັນຍາ​ເກືອດ​ຫ້າມ​​ອາວຸດ​ເຄມີ"​ ​ແລ້ວ, ​ເຊິ່ງ​ໄດ້​ກວມ​ປະຊາກອນ 98% ຂອງ​ທົ່ວ​ໂລກ. ​​ໃນລາ​ຍຊື່​ສານ​ເຄມີ​​ທີ່​ເປັນ​ອາວຸດ​ໄດ້​ທີ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ລາຍ​ງານນັ້ນ, ​ເກືອບ 95% ​ໄດ້​ຖືກ​ທຳລາຍ. ​ແຕ່​ນັບ​ແຕ່ປີ 2013 ​ເປັນ​ຕົ້ນ​ມາ​ໄດ້​ເກີດ​ມີ​ເຫດການ​ໃຊ້​ອາວຸດ​ເຄມີຂຶ້ນ​ຄືນໃໝ່, ອັນ​ກາຍ​ເປັນ​ເຫ​ການ​ທີ່​ໜ້າ​​ເປັນ​ຫ່ວງ​ຫຼາຍ. ນັບ​ແຕ່ 6 ​ເດືອນ​ທ້າຍ​ປີ 2016 ມາ​ຮອດ​ປັດຈຸບັນ, ​ເຫດການ​ທີ່​ຖືກ​ສົງ​ໄສ​ວ່າ​ໄດ້​ນຳໃຊ້​ອາວຸດ​ເຄມີ​ທີ່ ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ສາກົນ​ໄດ້​ຮັບ​ຊາບ​ໂດຍຜ່ານ​ຊ່ອງ​ທາງ​ຕ່າງໆນັ້ນ​ກໍ່​ມີ 45 ລາຍ, ​ໃນ​ນັ້ນ ສ່ວນ​ຫຼາຍ​ເກີດ​ຂຶ້ນ​ຢູ່​ຊີຣີ, ປັດຈຸບັນ​ອົງການ​ດັ່ງກ່າວ​ໄດ້​ສຳ​ຫຼວດຕໍ່​ເຫດການ​ເຫຼົ່າ​ນີ້.

"ສົນ​ທິສັນຍາ​ກ່ຽວ​ກັບ​ຫ້າມ​ບໍ່​ໃຫ້​ພັດທະນາ, ຜະລິດ, ສະ​ສົມ ​ແລະ ​ນຳໃຊ້​ອາວຸດ​ເຄມີ ພ້ອມ​ທັງ​ທຳລາຍ​ອາວຸດ​​ເຄມີ" (​ໂດຍ​ຊື່​ຫຍໍ້ຄື "ສົນທິສັນຍາ​ເກືອດຫ້າມ​ ​ອາວຸດ​ເຄມີ") ມີ​ຜົນບັງຄັບ​ໃຊ້ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 29 ​ເມສາ​ປີ 1997. ສຳນັກງານ​ໃຫຍ່ຂອງ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີຕັ້ງ​ຢູ່ລາ​ໄຮ​ແຫ່ງ​ໂຮ​ນລັງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ